(vovworld) – ຕອນເຊົ້າວັນທີ 28/08, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (28/08/1945 – 28/08/2015) ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ອະດີດທ່ານປະທານປະເທດ ເຈີ່ນດຶກເລືອງ, ອະດິດນາຍົກລັດຖະມົນຕີ ຟານວັນຂາຍ, ພ້ອມກັບການນຳ, ພະນັກງານ, ລັດຖະກອນ, ພາລະກອນຫ້ອງວ່າການລັດຖະບານຜ່ານໄລຍະຕ່າງໆ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຜົນງານ ແລະ ການປະກອບສ່ວນຂອງການນຳ, ພະນັກງານ, ລັດຖະກອນ, ພາລະກອນ, ຄົນງານ ລຸ້ນຕ່າງໆຂອງຫ້ອງວ່າການລັດຖະບານ ຍາດມາໄດ້ໃນຕະຫຼອດໄລຍະ 70 ປີຜ່ານມາ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຊີ້ແຈ້ງວ່າ.
“ຫ້ອງວ່າການລັດຖະບານ ຕ້ອງສືບຕໍ່ປ່ຽນໃໝ່ວິທີການເຮັດວຽກ, ຜັນຂະຫຍາຍຢ່າງມີປະສິດທິຜົນເລື່ອງກໍ່ສ້າງ ຕິດຕາມ, ເລັ່ງລັດການປະຕິບັດໂຄງການ, ແຜນການປະຕິບັດງານຂອງລັດຖະບານ, ນາຍົກລັດຖະມົນຕີ, ສົມທົບກັນເປັນເສນາທິການກໍ່ສ້າງ, ສ້າງລະບົບນະໂຍບາຍໃຫ້ສົມບູນແບບ… ຫ້ອງວ່າການລັດຖະບານຕ້ອງນຳໜ້າໃນການປະຕິຮູບລະບຽບການບໍລິຫານ, ທັນສະໄໝ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ເປັນເຈົ້າການສະໜອງຂໍ້ມູນກ່ຽວກັບບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ…. ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມຢ່າງສູງໃນສັງຄົມ”.
ທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ ໃຫ້ຫ້ອງວ່າການລັດຖະບານ.