ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດເອກະພາບຫວຽດນາມຢູ່ລາວກາຍ
(ພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງແນວໂຮມ
ແຫ່ງຊາດເອກະພາບຫວຽດນາມຢູ່ລາວກາຍ)
(vovworld) – ວັນທີ 13/11, ທີ່ພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດເອກະພາບຫວຽດນາມ ໄດ້ຖືກຈັດຂຶ້ນຢູ່ລາວກາຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງລາວກາຍ ແລະ ມອບຫຼຽນໄຊແຮງານຊັ້ນໜຶ່ງໃຫ້ແກ່ທ່ານ ຫງວຽນວັນວິ້ງ, ເລຂາພັກແຂວງ ແຂວງລາວກາຍ.
ໃນຊຸມປີຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນໃນແຂວງລາວກາຍ ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເປີດກວ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມຸ່ງໄປສູ່ຂັ້ນຮາກຖານ, ເຂດຫ່າງໄກຊອກຫຼິກຢ່າງແຮງ. ຜ່ານບັນດາຂະບວນການ, ບັ້ນຂົນຂວາຍຕ່າງໆ ໄດ້ປຸກລຸກຄວາມສາມາດບົມຊ້ອນ ແລະ ກຳລັງແຮງພາຍໃນຂອງປະຊາຊົນ, ຍູ້ແຮງການພັດທະນາເສດຖະກິດ, ແກ້ໄຂບັນດາບັນຫາໃນຊີວິດສັງຄົມ…