ພິທີສະເຫລີມສະຫລອງ65ປີແຫ່ງວັນມູນເຊື້ຶ້ອສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ພິທີ
ພາບ:baomoi.com
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 65 ປີແຫ່ງວັນມູນເຊື້ອສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ດຳເນີນໄປໃນຕອນເຊົ້າວັນທີ 24/9 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ແມ່ນສູນບຳລຸງສ້າງພະນັກງານແຫ່ງຊາດກ່ຽວກັບການບຳລຸງສ້າງພະນັກງານຄຸ້ມຄອງ ແລະ ແມ່ນສູນແຫ່ງຊາດກ່ຽວກັບການຄົ້ນຄ້ວາກ່ຽວກັບທິດສະດີການເມືອງຂອງພັກ ແລະລັດ, ມີບົດບາດສຳຄັນ, ມີການປະກອບສ່ວນຫລາຍຢ່າງເຂົ້າໃນພາລະກິດປະຕິວັດຂອງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:
“ພັກ ແລະ ລັດ ຕີລາຄາສູງບົດບາດຂອງສະຖາບັນ ແລະ ບັນດາຜົນງານຊື່ງສະຖາບັນບັນລຸໄດ້. ໃນໄລຍະຈະມາເຖິງ, ສະຖາບັນ ຕ້ອງປະຕິບັດໃຫ້ໄດ້ບົດບາດແມ່ນສູນແຫ່ງຊາດບຳລຸງສ້າງພະນັກງານຄຸ້ມຄອງຫລັກແຫລ່ງຊັ້ນກາງ, ຊັ້ນສູງ, ພະນັກງານວິທະຍາສາດທິດສະດີການເມືອງຂອງພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ການເມືອງສັງຄົມ.”
ເນື່ອງໃນໂອກາດນີ້, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ເປັນກຽດໄດ້ຮັບຫລຽນໄຊໂຮ່ຈິມີນ ຄັ້ງທີ 2 ໂດຍພັກ ແລະ ລັດມອບໃຫ້.