ພິທີສະເຫລີມສະຫລອງ70ປີແຫ່ງວັນປະທານໂຮ່ຈິມີນຢ້ຽມຢາມແຂວງແທງຮວາ ຄັ້ງທຳອິດ
ທ່ານປະທານປະເທດເຈີນດ້າຍກວາງ ກ່າວຄຳເຫັນນະພິທີ
|
(vovworld)- ຕອນເຊົ້າວັນທີ 20/2 ຢູ່ ແຂວງ ແທງຮວາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ແຂວງ ແທງຮວາ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 70 ປີແຫ່ງວັນປະທານໂຮ່ຈິມີນ ລົງຢ້ຽມຢາມແຂວງ ແທງຮວາ ຄັ້ງທຳອິດ (20/2/1947-20/2/2017). ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ: ປະທານໂຮ່ຈິມີນ ໄດ້ສະຫງວນອາລົມຈິດ ພິເສດໃຫ້ແກ່ຄະນະພັກ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງ ແທງຮວາ ຜ່ານການຢ້ຽມຢາມແຂວງ ເປັນ 4 ຄັ້ງ. ເຫດການສະເຫລີມສະຫລອງນີ້ ກໍແມ່ນໂອກາດເພື່ອທົບທວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງພັກ, ຂອງຊາດ ກໍຄື ຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງ ແທງຮວາ ຜ່ານນັ້ນ ປັບປຸງຄວາມໄວ້ເນື້ອເຊື່ອໃຈອັນໝັ້ນແກ່ນ, ຄວາມຕັດສິນໃຈກໍ່ສ້າງແຂວງ ແທງຮວາ ກາຍເປັນແຂວງແບບຢ່າງ. ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນຫນັກວ່າ:
“ແຂວງ ແທງຮວາ ຄວນບຸລິມະສິດພັດທະນາບັນດາຂະແຫນງອຸດສາຫະກຳ, ບັນດາຂະແຫນງມີທ່າແຮງ, ຜະລິດຕະພັນມີພູມປັນຍາ, ມູນຄ່າເພີ່ມສູງ. ສືບຕໍ່ພັດທະນາບັນດາຂະແຫນງອຸດສາຫະກຳດຶງດູດແຮງງານເປັນຈຳນວນຫລວງຫລາຍ ຢູ່ ເຂດຊົນນະບົດ, ເຂດພູດອຍ ເພື່ອແກ້ໄຂວຽກເຮັດງານທຳ, ຫັນປ່ຽນອົງປະກອບເສດຖະກິດ, ອົງປະກອບຄົນງານ.”
ທ່ານປະທານປະເທດ ເຈີນດ້າຍກວາງ ກໍສະເຫນີແຂວງ ແທງຮວາ ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.