ພິທີສະເຫລີມ35ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະຫນາຫວຽດນາມ

ພິທີສະເຫລີມ35ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະຫນາຫວຽດນາມ - ảnh 1
ພິທີສະເຫລີມ35ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະຫນາຫວຽດນາມ
ພາບ:TTXVN

(vovworld)- ຕອນ​ເຊົ້າ​ວັນ​ທີ 7/11 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ.  ​ທີ່​ພິ​ທີ, ພະ​ມະ​ຫາ​ອາ​ຈານ ທີກ​ຈີກວ໋າງ, ຮອງ​ປະ​ທານ​ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມໄດ້ ອ່ານ​ສານ​ຂອງສັງ​ຄະ​ນາ​ຍົກ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ສົ່ງ​ເຖິງ​ພະ​ອາ​ຈານ, ​ພະ​ສົງ​ສຳ​ມະ​ເນ​ນພຸດ​ທະ​ສາ​ສະ​ນີ​ກະ​ຊົນຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ,  ໃນ​ນັ້ນ ເນັ້ນຫນັກ​ວ່າ:  ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ເສີມ​ຂ​ະ​ຫຍາຍ​ມູນ​ເຊື້ອ​ປ້ອງ​ກັນ​ປະ​ເທດ​ຊາດ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ, ຮ່ວມ​ເດີນ​ທາງ​ກັບ​ປະ​ເທດ​ຊາດ​ຂອງ​ສາ​ສະ​ຫນາ​ຫວຽດ​ນາມ, ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງບໍ່​ຢຸດຢັ້ງ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ດ້ານ​ວັດ​ທະ​ນະ​ທຳ​ສາ​ສະ​ຫນາ, ເບິ່ງ​ແຍງ​ດູ​ແລ​ດ້ານ​ວັດ​ທະ​ນະ​ທຳ ຈິດ​ວີນ​ຍານ​ຂອງ​ປະ​ຊາ​ຄົມ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ. ຜ່ານນັ້ນ ແນະ​ນຳ​ໃຫ້​ເພື່ອນ​ມິດ​ສາ​ກົນ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ​ຊາ​ວ​ຫວຽດ​ນາມກວ່າ.

ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາ​ມ ຢືນ​ຢັນ​ວ່າ: ໃນ​ຕະ​ຫລອດ 2000 ປີ​ແຫ່ງ​ການ​ພັດ​ທະ​ນາ​ຢູ່​ຫວຽດ​ນາມ, ສາ​ສະ​ຫນາ​ພຸດ ໄດ້​ກາຍ​ເປັນ​ຄວາມ​ຕ້ອງ​ການ​ດ້ານ​ຈິດ​ວີນ​ຍານ​ທີ່​ຂາດບໍ່​ໄດ້​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ສ່ວນ​ໃຫຍ່, ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ພື້​ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້​ແກ່ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ


ຕອບກັບ

ຂ່າວ/ບົດ​ອື່ນ