ພິທີສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ
ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ
ສະເໜີຄະນະປະຈຳກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ
(ພາບ: ສະພາແຫ່ງຊາດ)
(vovworld)- ຕອນບ່າຍ ວັນທີ 21/11, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເໜີຕົວ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ສະພາແຫ່ງຊາດຊຸດທີ 14 . ກ່າວຄວາມເຫັນ ທີ່ພິທີສະເໜີຕົວ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີຄະນະປະຈຳກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ເປັນເຈົ້າການສ້າງແຜນການເຄື່ອນໄຫວທົ່ວຊຸດ ແລະ ປະຈຳປີ. ຈັດຕັ້ງ ກອງປະຊຸມສຳມະນາ, ກອງປະຊຸມຕ່າງໆ ເພື່ອໃຫ້ບັນດາສະມາຊິກກຸ່ມໄດ້ແລກປ່ຽນ, ປຶກສາຫາລື ກ່ຽວກັບບັນດາເນື້ອໃນ ລາຍການດຳເນີນງານຂອງສະພາແຫ່ງຊາດ, ເປັນຕົ້ນແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງໄວໜຸ່ມ, ບັນດາບັນຫາທີ່ເປັນຄວາມສົນໃຈ ຂອງຜູ້ມີສິດເລືອກຕັ້ງ. ພ້ອມທັງ, ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສສະມາຊິກລັດຖະສະພາໜຸ່ມ ໃນບັນດາກົນໄກ ລັດຖະສະພາ ລະຫວ່າງຊາດ ເຊິ່ງສະພາແຫ່ງຊາດຫວຽດນາມເປັນສະມາຊິກ ແລະ ຊຸກຍູ້ການພົວພັນ ກັບສະມາຊິກລັດຖະສະພາປະເທດຕ່າງໆ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
ຈຸດພົ້ນເດັ່ນຂອງສະພາແຫ່ງຊາດ ຊຸດທີ 14 ແມ່ນຈຳນວນສະມາຊິກໜຸ່ມທີ່ມີອາຍຸຕ່ຳ ກ່ວາ 45 ປີ ບັນລຸອັດຕາສ່ວນສູງເຖິງ 26,5% ໃນຈຳນວນສະມາຊິກສະພາແຫ່ງຊາດ.