(vovworld) - ກ່າວຄຳເຫັນທີ່ພິທີສະເໜີຕົວສະພາເງິນເດືອນແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຊີ້ແຈ້ງວ່າ: ສະພາເງິນເດືອນແຫ່ງຊາດ ແມ່ນຮູບແບບໃໝ່, ປະຕິບັດໜ້າທີ່ເປັນທີ່ປຶກສາໃຫ້ລັດຖະບານ ເພື່ອສືບຕໍ່ປ່ຽນໃໝ່ນະໂຍບາຍເງິນເດືອນຕາມພື້ນຖານເສດຖະກິດການຕະຫຼາດ, ເໝາະສົມກັບວິວັດການເຊື່ອມໂຍງ, ແນໃສ່ເສີມຂະຫຍາຍບົດບາດເຫັນດີເຫັນພ້ອມລະຫວ່າງອົງການລັດຖະບານ, ຕາງໜ້າໃຫ້ຄົນງານ ແລະ ຕາງໜ້າໃຫ້ຜູ້ນຳໃຊ້ຄົນງານ. ຄຽງຂ້າງນັ້ນ, ສະພາເງິນເດືອນແຫ່ງຊາດຍັງຄົ້ນຄວ້າ, ສະເໜີຕໍ່ກັບລັດຖະບານລະດັບເງິນເດືອນພື້ນຖານ ຕາມຊົ່ວໂມງເຮັດວຽກສຳລັບບາງວິຊາຊີບ, ຈັດຕັ້ງການກວດກາ, ຕີລາຄາກ່ຽວກັບການຈັດແບ່ງເຂດນຳໃຊ້ລະດັບເງິນເດືອນພື້ນຖານສຳລັບເຂດເພື່ອສະເໜີຕໍ່ລັດຖະບານປັບປຸງ, ປະກາດລະດັບເງິນເດືອນພື້ນານ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ.
“ບັນດາສະມາຊິກຂອງສະພາເງິນເດືອນແຫ່ງຊາດ ຍົກສູງຈິດໃຈຮັບຜິດຊອບ, ໜ້າທີ່ສົມທົບກັບບັນດາສະມາຊິກ, ບັນດາອົງການຈັດຕັ້ງຕ່າງໆຢ່າງແໜ້ນແຟ້ນ ເພື່ອໃຫ້ການເຄື່ອນໄຫວຂອງສະພາເງິນເດືອນແຫ່ງຊາດ ມີປະສິດທິຜົນ. ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2013, ບັນດາສະມາຊິກສະພາເງິນເດືອນແຫ່ງຊາດ ຕ້ອງດຳເນິນການຄົ້ນຄວ້າ, ສະເໜີຕໍ່ລັດຖະບານ ປະກາດລະດັບເງິນເດືອນພື້ນຖານຂອງເຂດເພື່ອນຳໃຊ້ໃຫ້ປີ 2014. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສ້າງເງື່ອນໄຂດ້ານວັດຖຸ, ກະກຽມບັນດາເອກະສານເປັນຢ່າງດີ. ບັນດາອົງການ, ອົງການຈັດຕັ້ງທີ່ກຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນສົມທົບກັບສະພາເງິນເດືອນແຫ່ງຊາດໃນວິວັດການເຄື່ອນໄຫວຢ່າງແໜ້ນແຟ້ນ”.