ພິທີອັດກອງປະຊຸມສູນກາງພັກຄັ້ງທີ 41 ຊຸດທີ 5 ຂອງພັກປະຊາຊົນກຳປູເຈຍ
(VOVWORLD) -ວັນທີ 20 ທັນວາ, ພັກປະຊາຊົນກຳປູເຈຍ ກຳອຳນາດ (CPP) ຢູ່ກຳປູເຈຍ ໄດ້ອັດກອງປະຊຸມຄັ້ງທີ 41 ຄະນະບໍລິຫານງານສູນກາງພັກຊຸດທີ 5.
ກອງປະຊຸມສູນກາງພັກຄັ້ງທີ 41 ຊຸດທີ 5 ຂອງພັກປະຊາຊົນກຳປູເຈຍ
(ພາບ: TTXVN)
|
ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມ, ໂຄສົກຂອງພັກ CPP ທ່ານ Chhim Phalvorun ແລະ ທ່ານ Susa Yara ໃຫ້ຮູ້ວ່າ, ກອງປະຊຸມໄດ້ເລືອກຕັ້ງຄະນະຊີ້ນຳເພີ່ມເຕີມ ແລະ ໄດ້ປຶກສາຫາລື, ຮັບຮອງເອົາບັນດາລັດຖະນະໂຍບາຍໃຫຍ່ຂອງພັກ, ກໍ່ຄືຂອງລັດຖະບານອາຍຸການທີ 6 ໂດຍພັກ CPP ນຳພາ. ກອງປະຊຸມກໍ່ວາງອອກບັນດາເປົ້າໝາຍ ແລະ ມາດຕະການແກ້ໄຂເພື່ອໃຫ້ພັກ CPP ສືບຕໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພານະຄອນຫຼວງ/ແຂວງ, ນະຄອນ/ເມືອງ ໃນເດືອນ ພຶດສະພາ 2019 ຈະມາເຖິງ.
ກອງປະຊຸມໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນຄົນ, ບັນດາພັກຝ່າຍການເມືອງ, ບັນດາອົງການຈັດຕັ້ງສັງຄົມ ຈົ່ງພ້ອມກັບຮ່ວມແຮງຮ່ວມໃຈປະຕິບັດຕາມລັດຖະທຳມະນູນ ແລະ ພະບາດສົມເດັດ, ເພື່ອສືບຕໍ່ສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ພັດທະນາຍືນຍົງຄົງຕົວ, ມີເອກະລາດ, ເປັນເຈົ້າຕົນເອງ, ມີສັນຕິພາບ, ເສລີພາບ ແລະ ປະຊາທິປະໄຕ, ສັງຄົມພັດທະນາ.