ພິທີອັດກອງປະຊຸມສຳມະນາວັນນະຄະດີສິລະປະກັບການສ້າງບຸກຄະລິກກະພາບມະນຸດຫວຽດນາມ

ພິທີອັດກອງປະຊຸມສຳມະນາວັນນະຄະດີສິລະປະກັບການສ້າງບຸກຄະລິກກະພາບມະນຸດຫວຽດນາມ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ​ສຳ​ມະ​ນາ​ທົ່ວ​ປະ​ເທດ)


(vovworld) – ຕອນ​ເຊົ້າ​ວັນ​ທີ​ 4/10, ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​​ກອງ​ປະຊຸມ​ສຳ​ມະ​ນາ​ທົ່ວ​ປະ​ເທດ “ວັນນະຄະດີ, ສິລະ​ປະ​ກັບ​ການ​ສ້າງ​ບຸກຄະ​ລິກກະພາບ​ມະນຸດ ຫວຽດນາມ” ​ໂດຍ​ສະພາ​ທິດ​ສະ​ດີ, ຕຳ​ໜິວິຈານ​ວັນນະຄະດີ, ສິລະ​ປະ​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ພັກ ​ແລະ ລັດ ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ຖື​ວັດທະນະທຳ​ເປັນ​ພື້ນຖານ​ຂອງ​ສັງຄົມ, ທັງ​ເປັນ​ຈຸດໝາຍ, ທັງ​ເປັນ​ກຳລັງ​ແຮງ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ​ໃນ​ໄລຍະ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ວັດທະນະທຳ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ, ​ເປີດ​ກ້ວາງ​ການ​ພົວພັນ​ແລກປ່ຽນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ກັບ​ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ:

        “ຫວັງ​ວ່າ: ​ບັນດາ​ນັກ​ສິລະ​ປິນນັບ​ມື້​ນັບ​ມີ​ຫົວຄິດ​ປະດິດ​ສ້າງ​ຫລາຍ​ບົດ​ປະພັນ​ວັນນະຄະດີ, ສິລະ​ປະ​ທີ່​ສ່ອງ​ແສງພຶດຕິ​ກຳ​ຕົວ​ຈິງພາລະກິດ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ສູ້​ ຕ້ານ​ພວກ​ຮຸກ​ຮານຢ່າງ​ຊີວິດ​ຊີວາ ​ແລະ ​ເລິກ​ເຊິ່ງ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ບັນດາ​ບົດ​ປະພັນຕ້ອງ​ຍ້ອງຍໍ, ປຸກລະດົມບັນດາປັກ​ໄຈ​ຕັ້ງໜ້າ​ໃນ​ສັງຄົມ, ບັນດາ​ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ຂອງ​ຍຸກ​ສະ​ໄໝ, ສິ່ງ​ທີ​ດີ, ທີ່​ງາມ​ໃນ​ການ​ພົວພັນ​ລະຫວ່າງມະນຸດກັບ​ມະນຸດ, ມະນຸດ​ກັບ​ທຳ​ມະ​ຊາດ.”


ຂ່າວ/ບົດ​ອື່ນ