(vovworld) - ພາຍຫຼັງດຳເນີນມາເປັນເວລາ 8 ວັນ, ຕອນຄ່ຳວັນທີ 15/4, Festival ເຫ໋ວ 2012 ໄດ້ອັດລົງ. ດ້ວຍລາຍການສະແດງສິລະປະ ທີ່ເຂັ້ມຄົ້ນໄປດ້ວຍຫຼາຍສີສັນວັດທະນະທຳຂອງຫຼາຍປະເທດ, ເຊິ່ງລວມມີລາຍການສະແດງດົນຕີ, ຟ້ອນລຳທຳເພງທີ່ມາຈາກຫຼາຍປະເທດໃນໂລກ ກໍ່ຄືຈາກຫຼາຍທ້ອງຖີ່ນຂອງຫວຽດນາມ.
(ພາບ: google.com.vn)
ດ້ວຍຫົວຂໍ້ວ່າ ”ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ແຫ່ງນັດພົບຂອງບັນດານະຄອນປະຫວັດສາດ”, Festival ຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງ 50 ຄະນະສິລະປະທີ່ມາຈາກ 5 ທະວີບ. Festival ເຫ໋ວ ກໍ່ໄດ້ວາດພາບໃຫ້ເຫັນງານບຸນທີ່ເປັນເອກະລັກສະເພາະຕ່າງໆໃນລາດຊະວັງ, ບັນດາງານບຸນໃໝ່, ການເຄື່ອນໄຫວຕາມຖະໜົນ, ແລະການເຄື່ອນໄຫວວັດທະນະທຳປະຊາຄົມທີ່ອຸດົມສົມບຸນ ແລະຫຼາຍຮູບຫຼາຍແບບ. ປ້າ Tran Thi Hong, ຊາວອາເມລິກາ ເຊື້ອຊາດຫວຽດນາມ ທີ່ພວມດຳລົງຊີວິດຢູ່ລັດ Texas ແຫ່ງອາເມລິກາ, ເວົ້າວ່າ:
”ຂ້າພະເຈົ້າເຫັນວ່າ, ປະເທດຊາດນັບມື້ນັບກ້າວໜ້າ, ຊີວິດມີການປ່ຽນແປງຫຼາຍຢ່າງ ແລະ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. Festival ມ່ວນຫຼາຍ.. ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຊົມຊຸດອາພອນປະຈຳຊາດຂອງຫຼາຍປະເທດໃນໂລກ... ຊຸດເສື້ອຍາວຂອງຫວຽດນາມ ກໍ່ໄດ້ມີການປ່ຽນໃໝ່ຫຼາຍຢ່າງ... ແນ່ນອນວ່າ, ໃນປີໜ້າ, ຂ້າພະເຈົ້າຈະກັບມາຢ້ຽມຢາມຫວຽດນາມ ພ້ອມກັບແມ່ ແລະ ຫຼາຍຄົນໃນຄອບຄົວຂອງຕົນ”.