ພິທີອອກເຄື່ອນພົນປີແຫ່ງຄວາມປອດໄພທາງດ້ານຄົມມະນາຄົມ ປີ 2012 ໄດ້ດຳເນີນໄປໃນຕອນເຊົ້າວັນທີ 3/1 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກເນັ້ນໜັກວ່າ: ພັກ, ສະພາແຫ່ງຊາດ, ລັດຖະບານຖືໜ້າທີ່ຮັບປະກັນຄວາມປອດໄພທາງດ້ານຄົມມະນາຄົມ, ຕ້ານສະພາບລົດຕິດຢູ່ຕາມຖະໜົນແມ່ນໜ້າທີ່ການເມືອງສຳຄັນໃນປີ 2012. ລັດຖະບານກຳນົດວ່າ: ປີ 2012 ແມ່ນປີສ້າງກົດລະບຽບຂໍ້ບັງຄັບເພື່ອຮັບປະກັນຄວາມປອດໄພທາງດ້ານຄົມມະນາຄົມໃນຂອບເຂດທົ່ວປະເທດ ແລະ ຕ້ານສະພາບລົດຕິດ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຊົມເຊີຍເລື່ອງຄະນະກຳມະການກ່ຽວກັບຄວາມປອດໄພຄົມມະນາຄົມແຫ່ງຊາດ ສົມທົບກັບະຄອນຮ່າໂນ້ຍຈັດຕັ້ງພິທີອອກເຄື່ອນພົນ ດ້ວຍແຜນການເຄື່ອນໄຫວລະອຽດ ແລະ ຄຳໝັ້ນສັນຍາຢ່າງແຂງແຮງ. ທ່ານກ່າວວ່າ:
“ຂ້າພະເຈົ້າສະເໜີຄະນະກຳມະການກ່ຽວກັບຄວາມປອດໄພຄົມມະນາຄົມແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດຈົ່ງເພີ່ມທະວີການສຶກສາອົບຮົມດ້ານການເມືອງ, ແນວຄິດໃຫ້ແກ່ທຸກໆຂະແໜງການ, ຫົວໜ່ວຍ, ທຸກໆຄອບຄົວ, ພົນລະເມືອງທຸກໆຄົນກ່ຽວກັບກົດໝາຍວ່າດ້ວຍຄວາມປອດໄພຄົມມະນາຄົມ. ເພີ່ມທະວີການຕິດຕາມກວດກາ, ປັບໄໝລົງໂທດຕໍ່ບັນດາຜູ້ລະເມີດກົດໝາຍວ່າດ້ວຍຄວາມປອດໄພຄົມມະນາຄົມ. ຂະແໜງຕຳຫຼວດຕ້ອງສຸມທຸກກຳລັງເພື່ອປະຕິບັດໜ້າທີ່ນີ້”