ພິທີຮັບການສະໜັບສະໜູນລາຍການປີໃໝ່ເພື່ອຄົນທຸກຍາກ
(vovworld) - ພິທີຮັບການສະໜັບສະໜູນລາຍການປີໃໝ່ ເພື່ອຄົນທຸກຍາກ ໄດ້ດຳເນີນໃນຕອນເຊົ້າວັນທີ 20/12 ຢູ່ ຮ່າໂນ້ຍ ໂດຍສະພາກາແດງ ຫວຽດນາມ ຈັດຕັ້ງ. ທີ່ພິທີ, ມີ 9 ຫົວໜ່ວຍ, ສ່ວນບຸກຄົນສະໝັນສະໜູນຂະບວນການ “ບຸນເຕັດ ເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ດ້ວຍຈຳນວນເງິນເກືອບ 15 ຕື້ດົ່ງ. ຂະບວນການ “ບຸນເຕັດ ເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປີ 2017 ມີເປົ້າໝາຍ ຂົນຂວາຍຢ່າງໜ້ອຍສຸດໃຫ້ມີຂອງຂວັນບຸນເຕັດ 1 ລ້ານພູດ ເພື່ອມອບໃຫ້ 1 ລ້ານຄອບຄົວຕ້ອນຮັບບຸນເຕັດ, ລະດູບານໃໝ່ຢ່າງເບີກບານມ່ວນຊື່ນ. ທ່ານນາງ ຫງວຽນທິຊວນທູ ປະທານສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:
“ສູນກາງສະພາກາແດງ ພ້ອມກັບການນຳໄດ້ໄປຢ້ຽມຢາມ, ມອບຂອງຂວັນແມ່ນແຫຼ່ງປຸກລະດົມອັນໃຫຍ່ຫລວງໃຫ້ບັນດາຄອບຄົວ. ຮອດຈຸດເວລານີ້ ມີ 1 ລ້ານກ່ວາຄົນໄດ້ຮັບຂອງຂວັນບຸນເຕັດ. ປະຈຸບັນ, ປະຊາຊົນ ພິເສດແມ່ນຜູ້ທຸກຍາກ, ຜູ້ຢູ່ໂດດດ່ຽວ, ຜູ້ປະສົບເຄາຮ້າຍຈາກທາດພິດສີສົ້ມ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບຂອງຂວັນຢູ່ກັບທີ ”.