(ພາບ: vtvdanang.vn)
(vovworld)- ໂດຍຕອບອສະໜອງສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2013, ຕອນເຊົ້າວັນທີ 7/6, ເປັນຄັ້ງທຳອິດທີ່ໂທລະພາແຫ່ງຊາດຫວຽດນາມ ໄດ້ຖ່າຍຖອດສົດພິທີເຄົາລົບທຸງຊາດຢູ່ເກາະເຈື່ອງຊາໃຫ່ຍ, ເມືອງເກາະເຈື່ອງຊາ, ແຂວງແຄງຮ່ວາ ແລະ ພິທີຊັກທຸງຢູ່ສະໜາມຫຼວງບາດິ່ງ-ຮ່າໂນ້ຍ.
ໃນບັນຍາດກາດທີ່ສົມກຽດ, ສັກສິດ, ທຸງຊາດສີແດງດາວເຫື້ອງໄດ້ຄ່ອຍໆຖືກຊັກຂຶ້ນ ປິ່ວສະບັດຢູ່ສະໜາມຫຼວງບາດິ່ງ-ຮ່າໂນ້ຍ ແລະ ໃນເວລາດຽວກັນ, ຢູ່ເກາະເຈື່ອງຊາໃຫ່ຍ, ໃຕ້ເສົາທຸງຊາດ, ບັນດາທະຫານໄດ້ຮ້ອງໂຮ່ຄຳສາບານ 10 ຂໍ້ຂອງທະຫານ ຊື່ງສະແດງໃຫ້ເຫັນເຈດຈຳນົງຂອງພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ:
ຕໍ່ຈາກນັ້ນ, ບັນດາພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາໃຫ່ຍ ໄດ້ດຳເນີນການສວນສະໜາມ, ເດີນຂະບວນ. ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະເຈື່ອງຊາໃຫ່ຍ ໄດ້ພົບປະແລກປ່ຽນກັບນັກຮຽນ, ນັກສຶກສາມີໜ້າຢູ່ສະໜາມຫຼວງບາດິ່ງ-ຮ່າໂນ້ຍ, ແບ່ງປັນກ່ຽວກັບຊີວິດໃນເຂດໝູ່ເກາະ ແລະ ອາລົມຈິດຄວາມຮັກແພງຂອງເຂດດິນຕໍ່ແຜ່ນທີ່ມີຕໍ່ເມືອງເກາະເຈື່ອງຊາ. ນົງຮົ່ງແຮ້ງ, ນັກສຶກສາຢູ່ກາວບັ່ງ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມພິທີຊັກທຸງໃນຕອນເຊົ້າຫຼາຍຄັ້ງແລ້ວ ແຕ່ສິ່ງພິເສດກ່ວາໃນມື້ນີ້, ນັ້ນແມ່ນ, ຂ້າພະເຈົ້າແມ່ນຊາວຊົນເຜົ່າສ່ວນໜ້ອຍທີ່ມາຈາກແຂວງພູດອຍທາງພາກເໜືອເຂົ້າຮ່ວມພິທີຊັກທຸງຢູ່ນະຄອນຫຼວງ, ແຕ່ໄດ້ຕິດຕໍ່ພົວພັນກັບເກາະເຈື່ອງຊາ, ຂ້າພະດຈົ້າຍິ່ງມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ແລະ ຮູ້ສຶກວ່າ, ນັ້ນແມ່ນວຽກງານອັນສັກກະລະບູຊາ”.