ພິທີເຊີດຊູຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ສຸດຈິດສຸດໃຈເພື່ອພໍ່ແມ່ປະຊາຊົນຖືກໄພທຳມະຊາດ

ພິທີເຊີດຊູຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ສຸດຈິດສຸດໃຈເພື່ອພໍ່ແມ່ປະຊາຊົນຖືກໄພທຳມະຊາດ - ảnh 1

ພິທີ​ເຊີດ​ຊູ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ​ໂກ
ສຸດ​ຈິດ​ສຸດ​ໃຈ​ເພື່ອ​ພໍ່​ແມ່​ປະຊາຊົນ​ຖືກ​ໄພ​ທຳ​ມະ​ຊາດ

(vovworld) - ຕອນ​ຄຳ່ວັນ​ທີ 11/03, ຢູ່​ນະຄອນຫລວງ Praha ປະ​ເທດ​ເຊັກ​ໂກ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 4 ໝູ່​ຄະນະ ​ແລະ ບຸກຄົນ 5 ຄົນ ​ເປັນ​ຊາວ ຫວຽດນາມ ດີ​​ເດັ່ນ​ຢູ່​ສາທາລະນະ​ລັດ ​ເຊັກ​ໂກ, ຮັບ​ຮູ້​ບັນ​ດາການ​ປະກອບສ່ວນ​ຂອງ​ເຂົາ​ເຈົ້າ​ສຳລັບ​ພໍ່​ແມ່​ປະຊາຊົນ​ຖືກ​ໄພ​ທຳ​ມະ​ຊາດ​ຢູ່ພາຍ​ໃນ​ປະ​ເທດ, ພິ​ເສດ ​ແມ່ນ​ບັນດາ​ຜູ້​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ຫວຽດນາມ ​ໃນ​ປີ 2016.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ໃບ​ຍ້ອງ​ຍໍ, ທ່ານ ​ເຈີ່ນ​​ແທງເມີນ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປີ 2016 ​ໄພ​ນ້ຳ​ຖ້ວມ​ເກີດ​ຂຶ້ນ​, ອັນ​ໄດ້​ກໍ່ຄວາມ​ເສຍ​ຫາຍ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ, ພາກ​ກາງ​ເວົ້າ​ສະ​ເພາະ. ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ສາທາລະນະ​ລັດ ​ເຊັກ​ໂກ ​ໄດ້​ຂົນຂວາ​ຍ​​ແຜ່​ບໍລິຈາ​ກເງິນ​​ກ່ວາ 2 ຕື້​ດົ່ງ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ່ສ້າງ​ເຮືອນ​ສາມັກຄີ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຊີວິດ​ການ​ເປັນ​ຢູ່, ທຳ​ການ​ຜະລິດ​ເປັນ​ປົກກະຕິ​ໃນ​ໄລຍະ​ຜ່ານ​ມາ. ນີ້​ແນ່​ນການ​ເຄື່ອນ​ໄຫວ​ທີ່​ເຕັມ​ໄປດ້ວຍນ້ຳ​ໃຈ​ມະນຸດຂອງ​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່ ​ເຊັກ​ໂກ ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ ​ແລະ ​ແມ່ນ​ການ​ກະທຳ​ມີ​ຄວາມ​ໝາຍ​ທີ່​ສຸດ”.


ຕອບກັບ

ຂ່າວ/ບົດ​ອື່ນ