ທົດລອງການນຳໃຊ້ 4G ຢູ່ ບວນມາທວດ
|
(VOVworld)- ຕອນເຊົ້າວັນທີ 18/4, ພິທີເປີດສະຫລອງເຄືອຂ່າຍ 4G Viettel ໄດ້ດຳເນີນຢູ່ ຮ່າໂນ້ຍ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສົ່ງຄຳອວຍພອນ ຍ້ອງຍໍໝູ່ຄະນະພະນັກງານ, ລັດຖະກອນຂອງບໍລິສັດໃຫຍ່ໂທລະຄົມມະນາຄົມກອງທັບ Viettel ໃນຕະຫລອດໄລຍະຜ່ານມາ ໄດ້ມານະພະຍາຍາມ, ຕັດສິນໃຈ, ມີຫົວຄິດປະດິດສ້າງໃນການປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ສານຂອງປະເທດຊາດ. ພິເສດ Viettel ໄດ້ຜັນຂະຫຍາຍເຄືອຂ່າຍ 4G ມີລະດັບສາກົນໃນໄລຍະສັ້ນ, ພຽງໃນ 6 ເດືອນ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຕີລາຄາວ່າ: ເລື່ອງ Viettel ເປີດສະຫລອງເຄືອຂ່າຍ 4G ເປັນຄັ້ງທຳອິດຢູ່ຫວຽດນາມ ແມ່ນການການເຄື່ອນໄຫວປະຕິບັດຄຳໝັ້ນສັນຍາຂອງ ວິສາຫະກິດ ແຕ່ນີ້ພຽງແມ່ນບາດກ້າວເບື້ອງຕົ້ນເທົ່ານັ້ນ. ສຳລັບເຄືອຂ່າຍໃຫມ່ທີ່ໄດ້ຮັບການຜັນຂະຫຍາຍໃນຂອບຂະຫນາດກວ້າງຂວາງ, ຕ້ອງມີຄຳໝັ້ນສັນຍາຕໍ່ຄຸນນະພາບ, ບໍລິການ ເພ່ືອຮັບປະກັນຜົນປະໂຫຍດຂອງຜູ້ຊົມໃຊ້. ຄຽງຄູ່ກັນນັ້ນ ຄວນມີບັນດານະໂຍບາຍເຮັດແນວໃດເພື່ອໃຫ້ຂໍ້ມູນຂ່າວຂອງບັນດາອົງການພັກ, ລັດ, ຫນັງສືພິມໃຫຍ່ຈຳນວນຫນຶ່ງມາສູ່ປະຊາຊົນໂດຍບໍ່ຕ້ອງເສຍຄ່າ.