ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຂົ້າຮ່ວມພິທີເປີດສະຫຼອງ ໂຄງການ
ເປີດກ້ວາງການຜະລິດບໍລິສັດເຫຼັກກ້າ Vina Kyoei
(vovworld) – ວັນທີ 24/7, ຢູ່ເຂດອຸດສາຫະກຳ ຟູ໋ໝີ 1, ເມືອງ ເຕີນແທ່ງ (ແຂວງ ບ່າເຣ້ຍ - ຫວູງເຕົ່າ), ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຂົ້າຮ່ວມພິທີເປີດສະຫຼອງ ໂຄງການເປີດກ້ວາງການຜະລິດບໍລິສັດເຫຼັກກ້າ Vina Kyoei. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ສະແດງຄວາມພາກພູມໃຈຕໍ່ຄວາມປະສົບຜົນສຳເລັດຂອງໂຄງການເຫຼັກກ້າ Vina Kyoei ພາຍຫລັງເຄື່ອນໄຫວເກືອບ 21 ປີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດ ເນັ້ນໜັກວ່າ: ໝາກຜົນຂອງບັນດານັກລົງທຶນ ຍີ່ປຸ່ນ ກໍແມ່ນໝາກຜົນຂອງ ຫວຽດນາມ. ທ່ານປະທານປະເທດ ຖືວ່າ: ລັດຖະບານ 2 ປະເທດ ຫວຽກນາມ ແລະ ຍີ່ປຸ່ນ ໄດ້ເຊັນເອກະສານຮ່ວມມືຫລາຍສະບັບ, ພິເສດໃນຂົງເຂດອຸດສາຫະກຳ. ດ້ວຍຄວາມຊ່ວຍເຫຼືອຂອງ ຍີ່ປຸ່ນ, ໃນອະນາຄົດໃກ້ໆນີ້, ອຸດສາຫະກຳ ຫວຽດນາມ, ພິເສດແມ່ນຂົງເຂດປະດິດເຄື່ອງຈັກຈະມີບາດກ້າວພັດທະນາ. ທ່ານປະທານປະເທດເຊື່ອໝັ້ນວ່າ: ບໍລິສັດ Vina Kyoei ດ້ວຍບົດບາດເປັນຄູ່ຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງ, ຈະສືບຕໍ່ການເຄື່ອນໄຫວກັບໂຄງການຫາກໍໄດ້ເປີດສະຫຼອງຢ່າງມີປະສິດທິຜົນ; ພ້ອມທັງ, ນຳໂຄງການເປີດກ້ວາງໄລຍະ 3 ເຂົ້າການເຄື່ອນໄຫວໂດຍໄວ; ສ້າງເປັນລະບົບໂຄງການອຸດສາຫະກຳ - ບໍລິການເຊື່ອມຕໍ່ນະຄອນ ໂຮ່ຈີມິນ ກັບ ບ່າເຣ້ຍ - ຫວູງເຕົ່າ, ປະກອບສ່ວນພັດທະນາເສດຖະກິດຂອງເຂດ.