ເກາະ Da Tay-Truong Sa-Khanh Hoa
(ພາບ:tuoitre.vn)
( vovworld ) – ເກາະ Da Tay, ທີ່ຂຶ້ນກັບເມືອງເກາະ Truong Sa ແຂວງ Khanh Hoa ຫາກໍຈັດພິທີເປີດສະຫຼອງ “ເຮືອນວົງຄະນາຍາດໄວໜຸ່ມ“ ຢູ່ເກາະ Da Tay A ຊື່ງມີເນື້ອທີ່ 225m2 ເປັນເຮືອນ 3 ຊັ້ນ ແລະ ມີມູນຄ່າກ່ວາ 17 ຕື້ດົ່ງ. “ເຮືອນວົງຄະນາຍາດໄວໜຸ່ມ“ ໄດ້ຮັບການກໍ່ສ້າງຂຶ້ນໃນໂຄງການ “ປະກອບເຫື່ອແຮງກໍ່ສ້າງເກາະ Truong Sa“ ໂດຍໜັງສືພິມໄວໜຸ່ມປຸກລະດົມ. ເກາະ Da Tay ແມ່ນເກາະແຫ່ງທຳອິດຂອງໝູ່ເກາະ Truong Sa ໄດ້ກໍ່ສ້າງ “ເຮືອນວົງຄະນາ ຍາດໄວໜຸ່ມ“. ພົນຈັດຕາວາ Nguyen Van Quang ຫົວໜ້າບັນຊາການເກາະ Da Tay ໃຫ້ຮູ້ວ່າ: ພາຍຫຼັງນຳເຂົ້າໃຊ້ການ, ເຮືອນດັ່ງກ່າວຈະແມ່ນບ່ອນດຳເນີນຊີວິດດ້ານວັດທະນະທຳ, ກິລາຂອງພະນັກງານ, ນັກຮົບໃນເກາະ, ແມ່ນບ່ອນພັກຜ່ອນຂອງບັນດາຄະນະອອກໄປຢ້ຽມຢາມເກາະ ແລະ ຊາວປະມົງໃຊ້ເປັນບ່ອນຫຼົບພະຍຸໃນຍາມໄປຫາປາ:
“ພະນັກງານ, ນັກຮົບໃນເກາະ ກໍ່ຄືຊາວປະມົງຫາປາຢູ່ໃກ້ເກາະ ມີຄວາມພາກພູມໃຈທີ່ສຸດ ຕໍ່ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນທົ່ວປະເທດ ມຸ້ງໄປເຖິງ Truong Sa ຊື່ງໄດ້ລົງທຶນກໍ່ສ້າງເຮືອນທີ່ໃຫ່ຍໂຕໂອຖົງຫຼັງນີ້. ໃນໄລຍະທີ່ຈະມາເຖິງ, ເກາະ Da Tay ຈະມີເຮືອນອີກ 2 ຫຼັງຢູ່ເກາະຄື: ເກາະ Da Tay B ແລະ C ຊື່ງນອນໃນໂຄງການ ປະກອບເຫື່ອແຮງກໍ່ສ້າງ Truong Sa. ພະນັກງານ ນັກຮົບມີຄວາມພາກພູມໃຈທີ່ສຸດ“.