ພິທີໂຮມຊຸມນຸມ ມິດຕິງຕອບ ສະໜອງ ວັນ ສຸຂະພາບໂລກ

ພິທີໂຮມຊຸມນຸມ ມິດຕິງຕອບ ສະໜອງ ວັນ ສຸຂະພາບໂລກ - ảnh 1
“ ສຸຂະພາບ​ຂອງ​ຜູ້​ອາຍຸ​ສູງ ”ແມ່ນຫົວຂໍ້ຂອງວັນ​ສຸຂະພາບ​ໂລກ 7/4/2ົ້012
(ພາບ: internet)

Vovworld- ວັນ​ທີ 6 ​ເມສາ ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງຕອບ​ສະໜອງ​ວັນ​ສຸຂະພາບ​ໂລກ ( 7/4) ດ້ວຍ​ຫົວ​ຂໍ້​ວ່າ “ ສຸຂະພາບ​ຂອງ​ຜູ້​ອາຍຸ​ສູງ ”. ທີ່ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ, ທ່ານ Tran Duc Long ຫົວໜ້າ​ກົມໆ​ລະບອບ​ກົດໝາຍ- ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ : ຈຸດ​ເວລາ​ນີ້, ຫວຽດນາມ​ພວມ​ກ້າວ​ເຂົ້າ​ສູ່​ທ້າຍ​ໄລຍະ​ປະຊາກອນ​ທີ່​ດີ​ທີ່​ສຸດ, ປະຈຸ​ບັນ ຜູ້​ອາຍຸ​ສູງ​ຫວຽດນາມ​ກວມ​ປະມານ 8.150.000 ຄົນ, ກວມ​ອັດຕາ 9,4% ຈຳນວນ​ປະຊາກອນ. ຄາດ​ຄະ​ເນ​ວ່າ ຮອດ​ປີ 2017 ຈະ​ກ້າວ​ສູ່​ໄລຍະ​ປະຊາກອນ​ຖືກ​ເຖົ້າ​ແກ່​ໄປ. ດັ່ງ​ນັ້ນ, ຄວາມ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ເຖິງ​ສຸຂະພາບ​ຜູ້​ອາຍຸ​ສູງ ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ກໍ​ຄື​ຂອງທັງ​ສັງຄົມ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຈະປະຕິບັດ​ຫຼາຍ​ມາດ​ຕະການ​ອັນ​ຕັ້ງໜ້າ, ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ສະຫງວນ​ໃຫ້​ແກ່​ຜູ້​ອາຍຸ​ສູງ. ທ່ານ Tran Duc Long ຫົວໜ້າ​ກົມໆ​ລະບອບ​ກົດໝາຍ- ກະຊວງ​ສາທາລະນະ​ສຸກ​ຫວຽດ​ເວົ້າ​ວ່າ : “ ຄຸນ​ນະພາ​ບການ​ດຳລ​ົງຊີວິດ​ຂອງ​ປະຊາຊົນ​ເວົ້າ​ລວມ ​ແລະ ຂອງ​ຜູ້​ອາຍຸ​ສູງ​ເວົ້າ​ສະ​ເພາະ ນັບ​ມື້​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ຫວຽດນາມ​ພວມ​ຢູ່​ໃນ​ໄລຍະ​ປະຊາກອນ​ທີ່​ດີ​ທີ່​ສຸດ, ​ແຕ່​ພ້ອມ​ກັນ​ນັ້ນ, ກໍ​ພວມ​ກ້າວ​ເຂົ້າ​ສູ່​ສະພາບ​ປະຊາກອນ​ຖືກ​ເຖົ້າ​ແກ່​ໄປ​ຢ່າງ​ວອ່ງ​ໄວ. ດັ່ງນັ້ນ ຕ້ອງ​ມີ​ບັນດາ​ມາດຕະການ​ຢ່າງ​ເໝາະ​ສົມ ​ເພື່ອ​ຮັບປະກັນ​ແກ່​ການ​ພັດທະນາ​ເສດຖະກິດ​ເວົ້າ​ລວມ ​ແລະ ວຽກ​ງານ​ສຸຂະ​ພິບານ​ເວົ້າ​ສະ​ເພາະ ”
ຂ່າວ/ບົດ​ອື່ນ