ຄະນະນັກກິລາ ຫວຽດນາມ ທີ່ພິທີໄຂ Sea Games 28
|
(vovworld) - ພິທີໄຂ SEA Games 28 ດຳເນີນໄປຢ່າງຟົດຟື້ນໃນຕອນຄຳ່ວັນທີ 5/6 ຢູ່ສະໜາມກິລາແຫ່ງຊາດສິງກະໂປ, ດ້ວຍບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍວັດທະນະທຳທີ່ທັນສະໄໝ, ສະຫຼັບກັບຈຸດພິເສດສະເພາະຂອງປະຊາຄົມທີ່ມີຫຼາຍສີສັນ, ຫຼາຍຈຸດວັດທະນະທຳຢູ່ປະເທດນີ້. ພາຍຫຼັງລາຍການສະແດງສິລະປະ. 11 ຄະນະ ກິລາ ທີ່ມາຈາກ 11 ປະເທດໃນພາກພື້ນ ໄດ້ຍ່າງຜ່ານເວທີທ່າມກາງ 3 ບົດເພງທາງການຂອງ SEA Games 28.
ກ່າວຄວາມເຫັນຊົມເຊີຍບັນດາຄະນະກິລາເຂົ້າຮ່ວມ SEA Games 28, ທ່ານ Lawrence wong, ລັດຖະມົນຕີວ່າການກະຊວງວັດທະນະທຳ, ປະຊາຄົມ ແລະ ຊາວໜຸ່ມສິງກະໂປ, ຫົວໜ້າຄະນະຈັດຕັ້ງ SEA Games 28 ໄດ້ເວົ້າວ່າ:
“ຂ້າພະເຈົ້າຮູ້ວ່າ, ບັນດານັກກິລາທີ່ມີໜ້າຢູ່ທີ່ນີ້ໄດ້ມີການເຝິກແອບຢ່າງລຳບາກ, ດຸໝັ່ນ. ຂ້າພະເຈົ້າຫວັງວ່າພວກເພື່ອນຈະໄດ້ຮັບຜົນງານດີທີ່ສຸດ , ປະກອບສ່ວນເພື່ອໃຫ້ SEA Games 28 ສຳເລັດຜົນຢ່າງແທ້ຈິງ. ພວກເຮົາມີໜ້າຢູ່ທີ່ນີ້ ເພື່ອອວຍພອນຄວາມເປັນຫຼາຍຮູບຫຼາຍສີຂອງພື້ນຖານວັດທະນະທຳ ແລະ ຄວາມເກັ່ງກ້າສາມາດ.“
ຕາງໜ້າປະເທດເຂົ້າພາບ, ປະທານາທິບໍດີສິງກະໂປ Tony Tan Keng Yam ຖະແຫຼງເປີດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 28 ຢ່າງເປັນທາງການ.