ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ

(VOVWORLD) -ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເນີ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.
ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ - ảnh 1

(ພິທີປົງສົບຢູ່ສຸສານເນີ່ມ. ພາບ: baohatinh.vn)

ເຂົ້າຮ່ວມພິທີດັ່ງກ່າວມີຜູ້ຕາງໜ້າຄະນະປະຕິບັດງານພິເສດຂອງລັດຖະບານ, ກອງບັນຊາການທະຫານເຂດ 4, ການນຳນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊຂອງລາວ, ການນຳແຂວງຮ່າຕິ້ງ ພ້ອມດ້ວຍພະນັກງານ, ປະຊາຊົນ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຈຳນວນຫຼວງຫຼາຍ.

  ກ່າວຄຳເຫັນທີ່ພິທີ, ການນຳແຂວງຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ໄດ້ສະແດງຄວາມໂສກເສົ້າເສຍໃຈ ແລະ ຄວາມຮູ້ບຸນຄຸນທີ່ມີຕໍ່ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ໄດ້ອຸທິດຊີວິດເລືອດເນື້ອຂອງຕົນເພື່ອນ້ຳໃຈສາມັກຄີຫວຽດນາມ-ລາວ, ເພື່ອພາລະກິດສາກົນອັນສູງສົ່ງ.

  ກ່ອນໜ້ານັ້ນ, ໃນຕອນແລງຂອງວັນທີ 9 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເນີ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະຊາວໜຸ່ມແຂວງຮ່າຕິ້ງ, ຄະນະບໍລິຫານງານພຸດທະສາສະໜາແຂວງຮ່າຕິ້ງ ໄດ້ຈັດພິທີສູດມົນພາວະນາເຖິງດວງວີນຍານບັນດານັກວິລະຊົນ, ນັກຮົບ, ທະຫານອາສາມະໝັກ, ຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ