ພື້ນຖານເສດຖະກິດລັດເຊຍມີສະຖຽນລະພາບ
ປະທານາທິບໍດີ ລັດເຊຍ ປູຕີນ
(ພາບ: AP)
(vovworld) - ວັນທີ 11/11, ປະທານາທິບໍດີ ລັດເຊຍ ປູຕີນ ຕີລາຄາວ່າ ສະພາບພື້ນຖານເສດຖະກິດຂອງປະເທດນີ້ໄດ້ມີສະຖຽນລະພາບ. ກ່າວຄວາມເຫັນທີ່ວາລະປະຊຸມລັດຖະບານກ່ຽວກັບບັນດາບັນຫາເສດຖະກິດ, ປະທານາທິບໍດີ ປູຕີນ ຊີ້ແຈ້ງວ່າ, ການຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນປະມານ 0,3%, ໃນຂະນະນັ້ນ, ຂົງເຂດກະສິກຳເພີ່ມຂຶ້ນ 3%. ອັດຕາຜູ້ຫວ່າງງານກໍ່ບໍ່ສູງ, ດ້ວຍລະດັບຄາດຄະເນໃນປີນີ້ແມ່ນ 5,6% ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມໃນລະດັບສາມາດຮັບຮອງໄດ້. ປະທານາທິບໍດີ ປູຕີນ ຮຽກຮ້ອງລັດຖະບານປະຕິບັດບັນດາມາດຕະການທີ່ຈຳເປັນ ເພື່ອຄວບຄຸມສະພາບຂາດດຸ່ນງົບປະມານສະຫະລັດໃນປີ 2016 ໃຫ້ຢູ່ໃນລະດັບ 3,7%. ຂອງຍອດຜະລິດຕະພັນພາຍໃນປະເທດ (GDP).