ການຢ້ຽມຢາມວັນມ໋ຽວກ໋ວກຕືຢ໋າມ
(vovworld) - ໃນຂອບເຂດການເຄື່ອນໄຫວຢ້ຽມຢາມ ຫວຽດນາມ, ຕອນເຊົ້າວັນທີ 20/7, ພັນລະຍາຮອງປະທານາທິບໍດີ ອາເມລິກາ ທ່ານນາງ Jill Biden ພ້ອມກັບ ພັນລະຍາປະທານປະເທດ ຫວຽດນາມ ທ່ານນາງ ມາຍທິແຮ້ງ ໄປຢ້ຽມຢາມວັນມ໋ຽວກ໋ວກຕືຢ໋າມ (ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ). ພັນລະຍາປະທານປະເທດ ຫວຽດນາມ ທ່ານນາງ ມາຍທິແຮ້ງ ໄດ້ແນະນຳໃຫ້ທ່ານນາງ Jill Biden ກ່ຽວກັບປະຫວັດການສ້າງຕັ້ງ ແລະ ພັດທະນາຂອງວັນມ໋ຽວກ໋ວກຕືຢ໋າມ ຊຶ່ງເປັນມະຫາວິທະຍາໄລທຳອິດຂອງ ຫວຽດນາມ. ພັນລະຍາປະທານປະເທດ ຫວຽດນາມ ກໍແຈ້ງໃຫ້ທ່ານນາງ Jill Biden ກ່ຽວກັບບັນດາຄວາມມານະພະຍາຍາມຂອງ ປະເທດ ຫວຽດນາມ ໃນການຮັບຜິດຊອບບັນດາສິດຂອງແມ່ຍິງ ກໍຄືຜົນງານຕ່າງໆຂອງ ຫວຽດນາມ ໃນຂົງເຂດນີ້.
ທ່ານນາງ Jill Biden ຍັງໄດ້ໄປຢ້ຽມຢາມໂຮງລ້ຽງເດັກກຳພ້າຢູ່ສູນປິ່ນປົ່ວພະຍາດ - ສຶກສາອົບຮົມ - ແຮງງານສັງຄົມ ເລກ 2 ກ່ອນທີ່ເດີນທາງໄປຢ້ຽມຢາມນະຄອນ ໂຮ່ຈີມິນ.