ພົນເອກຟູ່ງກວາງແທງຕ້ອນຮັບເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກາໂປ
ພົນເອກຟູ່ງກວາງແທງຕ້ອນຮັບເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກາໂປ
(ພາບ: Trọng Đức/TTXVN)
(vovworld) – ຕອນບ່າຍວັນທີ 22/7, ທີ່ການຕ້ອນຮັບທ່ານ Chan Yeng Kit, ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກາໂປ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟູ່ງກວາງແທງ ເນັ້ນໜັກວ່າ: ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (ປີ 1973) ການພົວພັນຮ່ວມມື ຫວຽດນາມ ແລະ ສິງກາໂປ ພັດທະນາຢ່າງຮອບດ້ານ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ສອງ ຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືປ້ອງກັນຊາດ, ປັບປຸງການພົວພັນປ້ອງກັນຊາດເປັນປະຈຳ ດ້ວຍເລື່ອງຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ແລກປ່ຽນຄະນະຜູ້ແທນການທະຫານ, ການຮ່ວມມືທະຫານເຮືອ, ເສນາຮັກ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງດ້ານພາສາ, ແລກປ່ຽນບົດຮຽນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານພົນເອກສະເໜີໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ 2 ປະເທດຄວນສ້າງແຜນການຮ່ວມມືຍາວນານ, ຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະພ້ອມກັນຊອກຫາບັນດາມາດຕະການຢ່າງມີປະສິດທິຜົນກ່ວາອີກໃນໂຄງການຮ່ວມມືເພື່ອບັນລຸໄດ້ປະສິດທິຜົນສູງສຸດ.