ພົນໂທຫງວຽນຈີວິ້ງຕ້ອນຮັບທີ່ປຶກສາຂອງນາຍົກລັດຖະມົນຕີຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Sou Noura Kentaro, ທີ່ປຶກສາຂອງນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ພົນໂທຫງວຽນຈີວິ້ງຕ້ອນຮັບທີ່ປຶກສາຂອງນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1 ທ່ານພົນໂທ ຫງວຽນຈີວິ້ງ

(ພາບປະກອບອີນເຕີແນັດ)

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີວິ້ງ ຖືວ່າ ການຮ່ວມມືດ້ານການປ້ອງກັນຊາດ ລະຫວ່າງສອງປະເທດໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນທີ່ດີງາມ ແລະ ຮອບດ້ານໃນຫຼາຍຂົງເຂດ ແລະ ກາຍເປັນເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຢ່າງແທ້ຈິງ. ກະຊວງປ້ອງກັນປະເທດ ສອງປະເທດໄດ້ມີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຫຼາຍດ້ານ, ເພີ່ມທະວີແລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົບປະແລກປ່ຽນລະຫວ່າງນາຍທະຫານ, ການຮ່ວມມືໃນຂົງເຂດປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

        ທ່ານ Sou Noura Kentaro ແບ່ງປັນວ່າ ໄລຍະຈະມາເຖິງ, ສອງປະເທດຈະຮ່ວມມືເພື່ອແກ້ໄຂຜົນຮ້າຍຈາກສົງຄາມໃນເມື່ອກ່ອນ ຢູ່ຫວຽດນາມ ຄື: ກວດທຳລາຍລະເບີດທີ່ຍັງຝັງຢູ່ພື້ນດິນໃຫ້ໝົດກ້ຽງ ແລະ ລ້າງພິດດີໂອຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ