ພົນໂທ ຫງວຽນຈິ໋ວິ້ງ ຕ້ອນຮັບຄະນະຜູ້ແທນ ຫ້ອງການພົວພັນ ຕ່າງປະເທດຂອງ ກອງທັບຈີນ

ພົນໂທ ຫງວຽນຈິ໋ວິ້ງ ຕ້ອນຮັບຄະນະຜູ້ແທນ ຫ້ອງການພົວພັນ ຕ່າງປະເທດຂອງ ກອງທັບຈີນ - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ ຕ້ອນຮັບ​ພົນ​ຈັດ​ຕາ​ວາ ຊື​ເກົວ​ວອຍ
(ພາບ: mod.gov.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 16/12, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງການພົວພັນກັບ​ຕ່າງປະ​ເທດຂອງ​ກອງທັບຈີນ ​ໂດຍ​ພົນ​ຈັດ​ຕາ​ວາ ຊື​ເກົວ​ວອຍ, ຮອງ​ຫົວໜ້າ​ຫ້ອງການ​ພົວພັນ​ກັບຕ່າງ​ປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຢູ່​ທີ່​ນີ້, ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ໄດ້​ເຫັນ​ດີ​ຕໍ່ 9 ເນື້ອ​ໃນ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເຊິ່ງການ​ນຳ​ຂັ້ນ​ສູງ​ຂອງ​ຈີນ ​ແລະ ຫວຽດນາມ ບັນລຸ​ໄດ້​ໃນ​ຂໍ້​ຕົກລົງ​ກອນ​ນີ້. ພົນ​ໂທ ຫງວຽນ​ຈິ໋ວິ້ງ ຖື​ວ່າ ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ດັ່ງກ່າວ​ໃຫ້​ເປັນ​ຢ່າງ​ດີ, ກອງທັບ 2 ປະ​ເທດ​ຄວນ​ຍູ້​ແຮງ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະ​ຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ​ເຫຼົ່າ​ທັບ​ເຮືອ, ຕຳຫຼວດ​ທະ​ເລ ​ແລະ ລະຫວ່າງ​ບັນດາ​ກົມ​ກອງ​ໃນ​​ເຂດ​ທະຫານ; ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​​ສື່ສານຢ່າງຕັ້ງໜ້າ​, ​ໂຄສະ​ນາ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ປະກອບສ່ວນ​ກໍ່​ສ້າງ, ປັບປຸງ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ.

        ສ່ວນ ​ພົນ​ຈັດ​ຕາ​ວາ ຊື​ເກົວ​ວອຍ ​ໄດ້ສະ​ແດງ​ຄວາມ​ຕັດສິນ​ໃຈປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ເຊິ່ງ ພົນ​ໂທ ຫງວຽນ​ຈິ໋ວິ້ງ ຍົກ​ອອກ​ມາເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ