(ທ່ານ ອວງຈູລືວ ມອບຂອງຂວັນໃຫ້ນັກຮຽນທີ່ເຂົ້າຮ່ວມ
ການເສັງ ຄວາມເອກອ້າງທະນົງໃຈ ຫວຽດນາມ)
(vovworld) – ວັນທີ 12/01, ທີ່ການພົບປະກັບນັກຮຽນ 82 ຄົນທີ່ເຂົ້າຮ່ວມ ການເສັງ “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຮອບຊິງຊະນະເລີດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຊີ້ແຈ້ງວ່າ: ການຕອບສະໜອງ ແລະ ໝາກຜົນແຫ່ງການເຂົ້າຮ່ວມການເສັງຂອງພວກນ້ອງ ແມ່ນພະຍານຫລັກຖານຈະແຈ້ງທີ່ສຸດ ກ່ຽວກັບຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ຄວາມເມົາມົວຊອກຮູ້ປະຫວັດສາດ, ວັດທະນະທຳຂອງປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດ ຍ້ອງຍໍສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ກະຊວງສຶກສາ ແລະ ກໍ່ສ້າງໄດ້ມີຂໍ້ລິເລີ່ມຈັດຕັ້ງການເສັງດັ່ງກ່າວ. ໃນໄລຍະພັດທະນາໃໝ່, ພັກ ແລະ ລັດ ຍາມໃດກໍ່ກຳນົດຄາດໝາຍ ສືບຕໍ່ຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ. ຍ້ອນເຫດນັ້ນ, ເລື່ອງຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ, ຄຸນຄ່າປະຫວັດສາດ, ວັດທະນະທຳຂອງຊາດຊາດ ແມ່ນປັດໃຈແກ່ນສານ ແລະ ກຳລັງໜູນສຳຄັນໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ ແລະ ເສີມຂະຫຍາຍກຳລັງແຮງພາຍໃນຂອງແຕ່ລະປະເທດ. ພວກນ້ອງຄວນສືບຕໍ່ສູ້ຊົນ, ຮ່ຳຮຽນ, ຝຶກຝົນຫລໍ່ຫລອມຢ່າງບໍ່ຢຸດຢັ້ງເພື່ອກາຍເປັນພົນລະເມືອງ ຫວຽດນາມ ທີ່ເກັ່ງກ້າດ້ານວິຊາການ, ມີຄວາມຮູ້ຮອບດ້ານ, ມີຄວາມມຸ່ງຫວັງ ແລະ ຄວາມຮັບຜິດຊອບຕໍ່ປະເທດຊາດ.