ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ ວັນຈັນ ທີ 19 ທັນວາ ຄ.ສ. 2016 | 14:47:27 ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ (vovworld) – ເພື່ອເປັນການເສີມຂະຫຍາຍປະສິດທິຜົນຄວາມສາມາດບົ່ມຊ້ອນດ້ານພູມປັນຍາຂອງປະຊາຄົມວິທະຍາສາດ ແລະ ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ຝຣັ່ງ, ທີ່ສືບທອດມູນເຊື້ອຂອງນັກປັນຍາຊົນຊາວ ຫວຽດນາມ ລຸ້ນຕ່າງໆຢູ່ ຝຣັ່ງ ກ່ອນນີ້ ກັບເມືອປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດແມ່ນຫົວຂໍ້ພົ້ນເດັ່ນຂອງການພົບປະກັບວົງການນັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດານັກເຄື່ອນໄຫວສັງຄົມຊາວ ຫວຽດນາມ ຢູ່ ຝຣັ່ງ. ເຫດການນີ້ໂດຍສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ຈັດຕັ້ງໃນວັນທີ 17/12 ຢູ່ ປາຣີ. ກ່າວຄຳເຫັນໄຂງານພົບປະ, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໃຫ້ຮູ້ວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ຝຣັ່ງ ມີຄວາມເອກອ້າງທະນົງໃຈຕໍ່ຖັນແຖວນັກປັນຍາຊົນ ແລະ ບັນດານັກວິທະຍາສາດ ເຊື້ອຊາດ ຫວຽດນາມ ໄດ້ຮັບການບຳລຸງສ້າງຢູ່ ຝຣັ່ງ, ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາຂອງປະເທດຊາດເກືອບ 1 ສະຕະວັດທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ຖືວ່າຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ ຝຣັ່ງ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງນັ້ນ ແມ່ນມີນັກຊ່ຽວຊານ ແລະ ນັກວິທະຍາສາດນັບໝື່ນຄົນ ພວມຮັບຜິດຊອບໜ້າທີ່ສຳຄັນໃນຫຼາຍຂົງເຂດວິທະຍາສາດ - ເຕັກນິກ, ເສດຖະກິດ, ວັດທະນະທຳ, ນັບທັງທາງດ້ານການເມືອງຂອງ ຝຣັ່ງ, ມີທ່າແຮງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນພາລະກິດການເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. Tag vovworld ປະສິດທິຜົນ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ