ພິມຈຳໜ່າຍປື້ມກ່ຽວກັບວັດທະນະທຳເຜົ່າ ຈຳ ດ້ວຍ 5 ພາສາ

ພິມຈຳໜ່າຍປື້ມກ່ຽວກັບວັດທະນະທຳເຜົ່າ ຈຳ ດ້ວຍ 5 ພາສາ - ảnh 1
ປື້​ມ “ມໍລະດົກ​ວັດທະນະທຳຈຳ”
(ພາບ: dangcongsan.vn)


(vovworld) -     ປື້​ມ “ມໍລະດົກ​ວັດທະນະທຳຈຳ” ຂອງ​ນັກ​ປະພັນ ຫງວຽນ​ວັນ​ກື້ ​ໄດ້​ພິມ​ຈຳໜ່າຍ​ດ້ວຍ 5 ພາສາ​ເຊິ່ງລວມມີ: ຫວຽດລາຕີ​ນ, ພາສາຈຳ​ເດີມ, ພາສາຈຳ​ລາຕີ​ນ, ອັງ​ກິດ ​ແລະ ຝລັ່ງ. ດ້ວຍຮູບ​ພາບ, ພາບ​ແຕ້ມ, ​ແຜນ​ທີ່ 175​ ແຜ່ນ. ພິ​ເສດ​ໃນ​ນັ້ນ​ມີ​ບັນດາ​ພາບ​​ແຕ້ມ​ຂອງ​ນັກ​ຄົ້ນຄວ້າ​ປະ​ຫວັດ​ສາດ​ເດີມ​ຝລັ່ງ, ປື້​ມຫົວ​ນີ້​ໄດ້​ແນະນຳ​ໂດຍ​ຫຍ້ໍ​ກ່ຽວ​ກັບບັນດາ​ມໍລະດົກ​ທາດ​ຈຳ ທີ່​ຕັ້ງ​ຢູ່​ກະ​ແຈກ​ກະຈາຍ​ຢູ່​ພາກ​ກາງຫວຽດນາມ ​ແຕ່​ແຂວງ​ເທື່ອ​ທຽນ​​ເຫ໋ວ, ກວາງ​ນາມ ​ຕະຫຼອດ​ຮອດ ບິ່ງ​ທ້ວນ ​ແລະ ​​ເຂດໄຕ​ຫງວຽນ. ບັນດາ​ຮູບ​ແກະສະຫຼັກ​ຂອງ​ເຜົ່າຈຳ ​​ແມ່ນ​ມີ​ມາ​ແຕ່​ສະ​ໄໝສະຕະ​ວັດ​ທີ 2 ​ເຖິງສະຕະວັດ​ທີ 16 ​ໄດ້​ສະ​ແດງ​​ໃຫ້​ເຫັນ​ກ່ຽວ​ກັບ​ການ​ເຊື່ອ​ຖື, ສາສະໜາ, ມະນຸດ, ສັດ, ດອກ​​ໄມ້ ຢ່າງ​ມີ​ຊີວິດ​ຊີວາ. ຄຽງ​ຂ້າງ​ນັ້ນ, ​ປື້​ມ​ຍັງແນະນຳ​​ເຖິງການ​ດຳລົງຊີວິດ, ​ເສດຖະກິດ, ການ​ເຄື່ອນ​ໄຫ​ວ​ດ້ານ​ວັດທະນະທຳ, ການ​ເຊື່ອ​ຖື, ລະ​ຫຼິ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ​ ທົ່ວ​ປະ​ເທດ​ໃນປະຈຸ​ບັນ. ຊຸດ​ປື້​ມ “ມໍລະດົກ​ວັດທະນະທຳຈຳ” ​ໂດຍ​ໂຮງພິມ​ໂລກ ພິມ​ຈຳໜ່າຍ.

ຂ່າວ/ບົດ​ອື່ນ