(vovworld) - ຕອນເຊົ້າວັນທີ 26/9, ພະບາດລົມເດັດພະບໍລົມະນຽດ Norodom Sihamoni ພະມະຫາກະສັດກຳປູເຈຍ ພ້ອມກັບຄະນະຜູ້ແທນຂັ້ນສູງກຳປູເຈຍ ໄດ້ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຢ່າງເປັນທາງການດ້ວຍໝາກຜົນອັນຈົບງາມ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 25/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ມີການເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni ພະມະຫາກະສັດກຳປູເຈຍ ແລະ ຢືນຢັນວ່າການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງນີ້ຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ພະມະຫາກະສັດກຳປູເຈຍ ໄດ້ປະກອບສ່ວນນຳການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມຈະເລີນຮຸງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການໃຫ້ບຸລິແກ່ການມະສິດພັດທະນາການພົວພັນຮ່ວມມືຮອບດ້ານກັບກຳປູເຈຍ. ທ່ານເລຂາທິການໃຫຍ່ Nguyen Phu Trong ກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni ພະມະຫາກະສັດກຳປູເຈຍ ໄດ້ເຫັນດີເປັນເອກະສັນໂດຍຖືວ່າ ມູນເຊື້ອສາມັກຄີມິດຕະພາບລະຫວ່າງສອງປະເທດແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ເປັນປັດໃຈສຳຄັນເພື່ອຮັບປະກັນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊຂອງແຕ່ລະປະເທດຄວນໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ ແລະ ສືບທອດໃຫ້ລຸ້ນຫຼັງ. ສອງປະເທດຕ້ອງພ້ອມກັນນຳສາຍພົວພັນສາມັກຄີ, ມິດຕະພາບໃຫ້ຂຶ້ນສູ່ລະດັບຍຸດທະສາດໃໝ່; ເປີດກວ້າງ ແລະ ຍູ້ແຮງການພົວພັນສອງຝ່າຍລະຫວ່າງບັນດາອົງການນິຕິບັນຍັດ, ປະຕິບັດກົດໝາຍ, ຍຸດຕິທຳ ແລະ ບັນດາທ້ອງຖິ່ນກວ່າອີກ.