(ພາບ: vietnamplus.vn)
) ໂດຍຮັບເຊີນຈາກທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ, ພະມະຫາກະສັດ ກາຕາ Hamad Bin Khalifa Al Thani ໄດ້ທາ ຢ້ຽມຢາມຫວຽດນາມຢ່າງເປັນທາງການໃນວັນທີ 16 ແລະ 17 ມັງກອນ. ຕອນບາຍວັນທີ 16 ມັງກອນ ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ພະມະຫາກະສັດ ກາຕາ Hamad Bin Khalifa Al Thani ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຂອງ 2 ປະເທດດຳເນີນການເຈລະຈາ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ແຈ້ງໃຫ້ ພະມະຫາກະສັດ ກາຕາ ຊາບກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນ ໃນກິດຈະການປ່ຽນແປງໃໝ່ຂອງຫວຽດນາມໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນເຖິງ ນະໂຍບາຍພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນວົງຄະນະຍາດ ສາກົນ, ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະ ພັດທະນາ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຢືນຢັນວ່າ ໃນນະໂຍບາຍພົວພັນ ຕ່າງປະເທດທີ່ຫຼາຍຮູບ ຫຼາຍແບບ ແລະ ຫຼາຍຝ່າຍຂອງຕົນ, ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນຮ່ວມມືມິດຕະພາບກັບບັນດາປະເທດອາຊີຕາເວັນຕົກ, ໃນນັ້ນມີ ກາຕາ.
ຜູ້ນຳ 2 ທ່ານຕ່າງກໍຢືນຢັນຄວາມຕັດສິນໃຈເພີ່ມທະວີ ແລະ ຂະຫຍາຍສາຍພົວພັນນີ້ໃນໄລຍະທີ່ຈະເຖິງ, ພິເສດໃນຂົງເຂດການຄ້າ, ການລົງທຶນ, ກະສີກຳ, ແຮງງານ, ທ່ອງທ່ຽວ, ສຶກສາ-ບຳລຸງສ້າງ.....2 ຝ່າຍຍັງແລກປ່ຽນຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ພ້ອມທັງສະແດງຄວາມຫວັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ພະມະຫາກະສັດ ກາຕາ Hamad Bin Khalifa Al Thani ໄດ້ເປັນສັກຂີພິຍານພິທີລົງນາມໃນບົກບັນທຶກຄວາມເຂົ້າໃຈ 5 ສະບັບ ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະຄົ້ນຄ້ວາວິທະຍາສາດ, ກ່ຽວກັບການຮ່ວມມືລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານສູນກາງ ກາຕາ ແລະ ອື່ນໆ.
ແລະກໍໃນຕອນບາຍວັນທີ 16 ມັງກອນ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງກໍໄດ້ພົບປະກັບພະມະຫາກະສັດ ກາຕາ Hamad Bin Khalifa Al Thani .