(vovworld) – ວັນທີ 7/8, ເຈົ້າຊີວິດ ກຳປູເຈຍ Norodom Sihamoni ຮຽກຮ້ອງໃຫ້ພັກ ປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ ພັກກູ້ຊາດກຳປູເຈຍ (CNRP) ຝ່າຍຄ້ານສືບຕໍ່ປຶກສາຫາລືເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາບັນຫາເກີດຂຶ້ນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ເຊິ່ງຈັດຕັ້ງເມື່ອວັນທີ 28/7 ຜ່ານມາ. ຄຳສັ່ງຂອງພະມະຫາກະສັດ ກຳປູເຈຍ ກໍ່ຮຽກຮ້ອງໃຫ້ປະຊາຊົນທຸກຄົນຄວນລະງັບໃຈ.
ຄຳສັ່ງຂອງພະມະຫາກະສັດ ກຳປູເຈຍ Norodom Sihamoni ໄດ້ຍົກອອມາພາຍຫຼັງການເລືອກຕັ້ງເພື່ອເລືອກເຟັ້ນ 123 ທີ່ນັ່ງໃນສະພາແຫ່ງຊາດຊຸດທີ 5 ເປັນເວລາ 10 ວັນ. ຕາມໝາກຜົນໃນເບື້ອງຕົ້ນແລ້ວ, ພັກ ປະຊາຊົນ ກຳປູເຈຍ (CPP) ຍາດໄດ້ 68 ທີ່ນັ່ງ ແລະ ພັກກູ້ຊາດກຳປູເຈຍ (CNRP) ຍາດໄດ້ 55 ທີ່ນັ່ງ. ເຖິງຢ່າງໃດກໍ່ຕາມ, CNRP ບໍ່ຮັບຮູ້ໝາກຜົນໃນເບື້ອງຕົ້ນນີ້ ແລະ ຖະແຫຼງວ່າໄດ້ຮັບໄຊຊະນະດ້ວຍ 63 ທີ່ນັ່ງໃນສະພາແຫ່ງຊາດຊຸດໃໝ່.