ພາກກາງຫວຽດນາມ ກຽມພ້ອມຮັບມືກັບ ພະຍຸ Utor

ພາກກາງຫວຽດນາມ ກຽມພ້ອມຮັບມືກັບ ພະຍຸ Utor - ảnh 1

(ພາບ:vov.vn )

(vovworld)-  ອຳນາດ​ການ​ປົກຄອງ ​ແລະ ປຊຊ ດຳລົງ​ຊີວິດ​ຢູ່​ຕາມ​​ເກາະ​ແຫ່ງ​ຕ່າງໆ​ທາງ​ພາກ​ກາງ​ຫວຽດນາມ ພວມ​ຕັ້ງໜ້າກະກຽມ​ຮັບ​ມື​ກັບສະພາບ​ຄວາມດັນ​ອາກາດ​ຕ່ຳ ​ແລະ ພະຍຸ Utor. ມາ​ຮອດ​ຈຸດ​ເວລາ​ນີ້, ​ເຮື​ອ ​ແລະ ກຳ​ປັ່ນ​ຫາ​ປາ​​ຢູ່​ໃກ້ຝ​ັ່ງເກືອ​ບທັງ​ໝົດຂອງຊາວ​ປະມົງ​ເມືອງ​ເກາະ​ລີ​ເຊີນ ​ແຂວງ​ກວາງ​ຫງ້າຍ ​ໄດ້​ເຂົ້າບ່ອນຫລົບ ​ຫລີກ​ພະຍຸ. ຄະນະ​ຊີ້​ນຳປ້ອງ​ກັນ, ຕ້ານ​ພະ​ຍຸນ້ຳຖ້ວມ​ເມືອງ​ເກາະ​ລີ​ເຊີນ ​ໄດ້​ປະກາດ ​ໃຫ້​ບັນດາ​ສະມາ​ພັນ​ອາຊີບ​ຫາ​ປາ ​ເພື່ອ​ຂົນຂວາຍຊາວ​ປະມົງ​ຊັບຊ້ອນ​ເຮືອ, ກຳ​ປັ່ນ, ຫລີກ​ເວັ້ນອຸບັດ​ຕິ​ເຫດເມື່ອ​ເກີດ​ລົມ​ແຮງ, ພະຍຸ. ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ເກາະຜັນ​ຂະຫຍາຍ​ການ​ສະ​ສົມ​ທັນ​ຍາ​ຫານ ຮັບປະກັນ​ການ​ກິນ​ຢ່າງ​ພຽງພໍ​ໃນ​ເວລາ 1 ​ເດືອນ​ໃນ​ກໍລະນີ​ເກີດ​ຝົນຕົກ, ລົມ​ແຮງ​ໃນ​ເວລາ​ຍາວ​ນານ. ທ່ານ​ນາງ​ຟ້າ​ມທິ​ເຮືອງ ຮອງ​ປະທານ​ຄະນະ​ກຳມະການ ປຊຊ ​ເມືອງ​ເກາະ​ລີ​ເຊີນ ​ແຂວງ​ກວາງ​ຫງ້າ​ຍ ​ໃຫ້​ຮູ້​ວ່າ:

  “ພວກ​ຂ້າພະ​ເຈົ້າ​ໄດ້​ສະ​ສົມ​ເຂົ້າສານ 45 ​ໂຕນ, ສ່ວນ​ຢຸກຢາ​ກໍ່​ພຽງພໍ​ແລ້ວ, ​ໂດຍ​ສະ​ເພາະ​ແມ່ນ​ຕາ​ແສງ​ເກາະ​ອານ​ບິງ ຖືກ​ຕົກ​ຢູ່​ໂດ​ດດຽວ. ທາງ​ເມືອງ​ມີໜ້າ​ທີ່​ຕິດຕາມ​ການ​ຜັນ​ແປ​ຂອງ​ພະຍຸ, ມີ​ວິທີ​ປ້ອງ​ກັນ ຕ້ານ​ພະຍຸ​ນ້ຳຖ້ວມ. ທີ​ສອງ​​​ແມ່ນ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​​ເຮືອ, ກຳ​ປັ່ນ​ຫາ​ປາບົນ​ທະ​ເລ “.

 

 

 

ຂ່າວ/ບົດ​ອື່ນ