ຟຸ໋ກ໋ວກ ຕ້ອນຮັບນັກທ່ອງທ່ຽວາສາກົນຜູ້ທີ 10 ລ້ານ

ຟຸ໋ກ໋ວກ ຕ້ອນຮັບນັກທ່ອງທ່ຽວາສາກົນຜູ້ທີ 10 ລ້ານ - ảnh 1
(ພິທີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວສາກົນ​ຜູ້​ທີ 10 ລ້ານ
ມາ​ຫວຽດນາມ ​ໃນ​ປີ 2016)

(vovworld) - ວັນ​ທີ 25/12, ຢູ່​ທ່າອາກາດສະຍານ​ສະໜາມບິນ​ສາກົນ​ຟຸ໋ກ໋ວກ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນຢາງ ​ແລະ ບໍລິ​ສັດ​ໃຫຍ່​ການບິນ​ຫວຽດນາມ, ​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວສາກົນ​ຜູ້​ທີ 10 ລ້ານ ມາ​ຫວຽດນາມ ​ໃນ​ປີ 2016. ນັກ​ທ່​ອງທ່ຽວ​ຜູ້​ມີ 10 ລ້ານ​ແມ່ນ​ທ່ານ Michael Tonge, ມາ​ຈາກ​ອັງກິດ ພ້ອມ​ກັບ​ນັກ​ທ່​ອງທ່ຽວສາກົນອີກ 2 ຄົນ ນັ້ນ​ແມ່ນ​ທ່ານ Andrej Marek Balzer ມາ​ຈາກ​ເຢຍລະ​ມັນ ແລະ ທ່ານນາງ Eva Lenda Karlsson ມາຈາກຊູແອດ. ​ເຫດການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ 10 ລ້ານ ​ແມ່ນ​ຂີດ​ໝາຍ​ສຳຄັນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ. ນີ້​ແມ່ນ​ລະດັບ​ເຕີບ​ໂຕ​ໜ້າປະ​ທັບ​ໃຈ​ໃນ​ປີ 2016 ດ້ວຍ​ຈຳນວນ​ນັກ​ທ່​ອງທ່ຽວ​ສາກົນເພີ່ມ​ຂຶ້ນ​ກວ່າ 2 ລ້ານ​ເທື່ອ​ຄົນ ​ເມື່ອ​ທຽບ​ໃສ່​ປີ 2015. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຢືນຢັນ​ຫວຽດນາມ ​ພວມ ​ແລະ ຈະ​ແມ່ນ​ສະຖານ​ທີ່ດູດດື່ມ, ມີຄວາມປອດ​ໄພ ​ແລະ ​ໃກ້​ຊິດ​ສະໜິດສະໜົມ​ໃນ​ພາ​ກພື້ນ​ອາຊີ - ປາຊີ​ຟິກ.

        ປີ 2017, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ວາ​ງອອກ​ຄາດໝາຍ​ຕ້ອນຮັບນັກ​ທ່ອງ​ທ່ຽ​ວສາກົນ 11,5 ລ້ານ​ເທື່ອ​ຄົນ, ນັກ​ທ່ອງ​ທ່ຽ​ວພາຍ​ໃນ​ປະ​ເທດ​ແມ່ນ 66 ລ້ານ​ເທື່ອຄົນ. ຂະ​ແໜງ​ທ່ອງ​ທ່ຽວ​ສູ້​ຊົນ​ຮອດ​ປີ 2020 ຈະ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາ​ຍ​ແຫຼມ​ຂອງ​ປະ​ເທດ​ຊາດ​​ໂດຍ​ພື້ນຖານ.

ຂ່າວ/ບົດ​ອື່ນ