ຟິລີບປີນຈັດຕັ້ງກຳລັງກວດກາພະຍາດ MERS ຢ່າງເຂັ້ມງວດ
|
(vovworld)- ຟິລີບປີນ ໄດ້ຮັບຮູ້ກໍລະນີທີສອງຖືກຕິດພະຍາດMERS ພາຍຫລັງພົບເຫັນຜູ້ຊາຍຄົນຫນຶ່ງອາຍຸ 36 ປີຈາກ Dubai ໄປເຖິງ ມານີລາ ໃນເດືອນຜ່ານມາຖືກຕິດພະຍາດ MERS. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 6/7, ທ່ານ Janette Garin, ລັດຖະມົນຕີກະຊວງສາທາລະນະສຸກ ຟິລີບປີນ ປະກາດວ່າ: ຄົນເຈັບຜູ້ນີ້ພວມໄດ້ຮັບການປິ່ນປົວຢູ່ສະຖາບັນຄົ້ນຄ້ວາພະຍາດເຂດຮ້ອນຢູ່ ນະຄອນ Muntinlupa. ກະຊວງສາທາລະນະສຸກ ຟິລີບປີນ ໄດ້ສ້າງຕັ້ງກຳລັງພິເສດເພື່ອຕິດຕາມຜູ້ໂດຍສານ 200 ຄົນໃນຖ້ຽວບິນພ້ອມກັບຄົນເຈັບນັ້ນ.