ມີຄົນຖືກຮັບບາດເຈັບ ແລະ ເສຍຊີວິດຫຼາຍຄົນ ໃນເຫດບຸກໂຈມຕີສະຫຼະຊີບ ຢູ່ ທາງທິດເໜືອ ຊີຣີ

(VOVWORLD) -ອົງການກໍ່ການຮ້າຍ IS ໄດ້ຍອມຮັບວ່າ ເຂົາເຈົ້າໄດ້ດໍາເນີນເຫດບຸກໂຈມຕີດັ່ງກ່າວ.

ມີຄົນຖືກຮັບບາດເຈັບ ແລະ ເສຍຊີວິດ ປະມານ 30 ຄົນ ໃນເຫດບຸກໂຈມຕີສະຫຼະຊີບ ທີ່ເກີດຂຶ້ນໃນວັນທີ 16 ມັງກອນ ທີ່ນະຄອນ Manbij, ທາງທິດເໜືອ ຊີຣີ. ການບຸກໂຈມຕີ ເກີດຂຶ້ນ ເມື່ອຂະບວນລົດຂອງທະຫານປະສົມຕ້ານອົງການ IS  ໂດຍ ອາເມລິການໍາໜ້າ ພວມໄປຜ່ານເຂດໃຈກາງນະຄອນ Manbij, ແຂວງ Allepo.

        ແລະກໍໃນວັນດຽວກັນ, ອົງການກໍ່ການຮ້າຍ IS ໄດ້ຍອມຮັບວ່າ ເຂົາເຈົ້າໄດ້ດໍາເນີນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ