ມື້ທີ 47 ຢ່າງລຽນຕິດ ຫວຽດນາມ ບໍ່ກວດພົບກໍ່ລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ

(VOVWORLD) -ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.046 ໃນຈຳນວນ 1.140 ຄົນ

ແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ອອກໃນເວລາ 18 ໂມງຂອງວັນທີ 19 ຕຸລາ ໃຫ້ຮູ້ວ່າ, ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່. ສະນັ້ນມາຮອດປະຈຸບັນ, ເປັນມື້ທີ 47 ຢ່າງລຽນຕິດ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ.

        ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.046 ໃນຈຳນວນ 1.140 ຄົນ, ມີຜູ້ເສຍຊີວິດ 35 ຄົນ. ປະຈຸບັນ, ບໍ່ມີກໍລະນີຕິດເຊື້ອພະຍາໂຄວິດ-19 ທີ່ມີອາການໜັກຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ