ມີນັກການເມືອງພັກສາທາລະນະອອກສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາປີ2016
ຜູ້ວ່າການລັດ Ohio, ທ່ານ John Kasich
(ພາບ: Reuters)
(vovworld) - ວັນທີ 21/07, ຜູ້ວ່າການລັດ Ohio, ທ່ານ John Kasich ໄດ້ກາຍເປັນນັກການເມືອງຜູ້ທີ 16 ຂອງພັກສາທາລະນະຖະແຫຼງວ່າ ຈະອອກສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາ ປີ 2016.
ທ່ານ John Kasich ອາຍຸ 63 ປີ, ດຳລົງຕຳແໜ່ງຜູ້ວ່າການລັດ Ohio 2 ອາຍຸການ. ໃນຈຸດເວລານີ້, ທ່ານ Kasich ຢື່ນອັນດັບທີ 12 ໃນຈຳນວນ 16 ຜູ້ອອກສະໝັກເລືອກຕັ້ງຂອງພັກສາທາລະນະ ແລະ ໄດ້ຮັບຄຳເຫັນສະໜັບສະໜູນ 1,5%.