ມີບັນດາລາຍການສະແດງສິລະປະໃນ Festival ເຫ໋ວ 2014

ມີບັນດາລາຍການສະແດງສິລະປະໃນ Festival ເຫ໋ວ 2014 - ảnh 1
(Festival ​ເຫ໋ວ 2014)

(vovworld) - Festival ​ເຫ໋ວ 2014 ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ, ​ເຕົ້າ​ໂຮມ​ບັນດາ​ລາຍການ​ສະ​ແດງສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງເຂດ​ວັດທະນະທຳ​ແຫ່ງ​ຕ່າງໆ; ສິລະ​ປະ​ພື້ນ​ເມືອງ, ສິລະ​ປະຍຸກປະຈຸ​ບັນຂອງ​ກວ່າ 30 ປະ​ເທດ​ໃນ​ໂລກ, ກໍ່​ຄືການສະ​ແດງ​ດ​ົນຕີ​ໃນ​ພະລາດ​ຊະ​ວັງ​ເຫ້ວ ​ແລ​ະ ສະ​ແດງສີ​ລະ​ປະ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຫ໋ວ. ບັນດາ​ລາຍການ​ສະ​ແດງ​ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ​ຢູ່​​ພະລາດ​ຊະ​ວັງ, ວັງ ອານ​ດິ້ງ ​ແລະ ທ້ອງ​ຖິ່ນແຫ່ງ​ຕ່າງໆ​ຂອງ​​ແຂວງ ​ເທື່ອ​ທຽນ​ເຫ໋ວ. ທ່ານ ​ໂງ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ​ເທື່ອ​ທຽນ​ເຫ໋ວ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ Festival ​ເຫ໋ວ 2014 ​ໃຫ້​ຮູ້​ວ່າ.

    “​ແນ່ນອນ​ວ່າ Festival ​ເຫ໋ວ 2014 ຈະ​ມີ​ບັນດາ​ລາຍການ​ສະ​ແດງ​ພິ​ເສດ, ບັນດາ​ສິ່ງ​ໃໝ່​ອ່ຽມ​ຫົວ​ຂໍ້​ທີ່​ວ່າ “ມໍລະດົກ​ວັດທະນະທຳ​ເຊື່ອມ​ໂຍງ ​ແລະ ພັດທະນາ”. ພວກ​ຂ້າພະ​ເຈົ້າ​ກໍ່​ມານະ​ພະຍາຍາມ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມຊ້ອນ​ດ້ານ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ​ຂອງ​ເຂດ​ດິນ​ແດນກຸງເກົ່າ​ນີ້. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ Festival ​ເຫ໋ວ 2014 ຈະ​ສືບ​ຕໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ມະຫາຊົນ, ຮູບ​ພາບ​ທີ່​ປະ​ທັບໃຈ ​ແລະ ມີ​ເອກະລັກ​ສະ​ເພາະ”.

        Festival ​ເຫ໋ວ 2014ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12/04 ຮອດ​ວັນ​ທີ 20/04/2014​.

ຂ່າວ/ບົດ​ອື່ນ