ມອບຂອງຂວັນປີໃໝ່ປະຈຳຊາດໃຫ້ຜູ້ມີຄຸນງາມຄວາມດີກວ່າ437ຕື້ດົງ
(ພາບປະກອບ)
(vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍເຫັນດີມອບສິດໃຫ້ລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍື່ນສະເໜີຕໍ່ປະທານປະເທດ ພິຈາລະນາມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍການປະຕິວັດ ເມືອໃນໂອກາດປີໃໝ່ປະຈຳຊາດປີວອກ 2016. ຂອງຂວັນທີ່ໄດ້ມອບ ຕາມແຜນການທີ່ຍື່ນສະເໜີຕໍປະທານປະເທດ ໄດ້ຈັດແບ່ງເປັນ 2 ລະດັບ: 400.000 ດົງ ແລະ 200.000 ດົງ. ຄາດວ່າ, ຈຳນວນເງິນເພື່ອມອບຂອງຂັວນໃຫ້ຜູ້ມີຄຸນງາມຄວາມດີໃນໂອກາດນີ້ແມ່ນກວ່າ 437 ຕື້ດົງ.