(ພາບປະກອບ)
(vovworld) - ວັນທີ 20/01, ໂຮງໝໍຫົວໃຈ ຮ່າໂນ້ຍ ສົບທົບກັບກອງບັນຊາການທະຫານແຂວງ ແທງຮ໋ວາ ຈັດຕັ້ງການກວດກາ ແລະ ປີ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ກ່ວາ 300 ເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີເຊິ່ງພວມດຳລົງຊີວິດໃນບໍລິເວນບັນດາຕາແສງ ດົ່ງຕ໋ຽນ, ດີ້ງເຕີນ ຂຶ້ນກັບແຂວງ ແທງຮ໋ວາ. ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອແນໃສ່ຕອບບຸນແທນຄຸນບັນດາຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແມ່ຫວຽດນາມວິລະຊົນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ 2016.
ແລະໃນວັນຽວກັນ, ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບກຸ່ມບໍລິສັດໃຫຍ່ VINGROUP ໄດ້ຈັດຕັ້ງການຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ 500 ພູດໃຫ້ບັນດາຄອບຄົວທີ່ທຸກຍາກ, ຄົນພິການ ແລະ ພໍ່ແມ່ນປະຊາຊົນຊົນເຜົ່າສ່ວນນ້ອຍຢູ່ 2 ເມືອງ ຮ່າມທ້ວນບັກ ແລະ ເມືອງ ບັກບີ່ງ ແຂວງ ບີ່ງທ້ວນ. ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ 2016, ກຸ່ມບໍລິສັດໃຫຍ່ VINGROUP ຈະມອບຂອງຂວັນຫລາຍຢ່າງ ດ້ວຍຍອດມູນຄ່າປະມານ 30 ຕື້ດົ່ງໃຫ້ຄົນທຸກຍາກ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ.