ມອບຄ້ອງບ້າງ ໃຫ້ເຂດອະນຸສອນສະຖານ ປະທານໂຮ່ຈິມິນຢູ່ ລາວ

ມອບຄ້ອງບ້າງ ໃຫ້ເຂດອະນຸສອນສະຖານ ປະທານໂຮ່ຈິມິນຢູ່ ລາວ - ảnh 1
ຄ້ອງບ້າງ ງອກລູ້ ຂອງຫວຽດນາມ (ພາບປະກອບ)


Vovworld- ເນືອ່ງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍ ພົວພັນມິດຕະພາບ ຫວຽດນາມ-ລາວ, ສະມາຄົມມໍລະດົກວັດທະນະທຳ ລາມກິງ ແລະ ສະມາຄົມວັດຖຸບູຮານ ແທງຮ້ວາ, ແຂວງ ແທງຮ້ວາ ໄດ້ດຳເນີນການຫຼໍ່ ຄ້ອງບ້າງໜ່ວຍ​ໜຶ່ງ​ເພື່ອ​ມອບ​ໃຫ້​ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ​ທີ່​ແຂວງ​ຄຳ​ມວນ​ຂອງ​ລາວ​ເປັນ​ຂອງຂວັນ. ຢູ່​ໜ້າ​ຄ້ອງ​ບ້າງໜ່ວຍນີ້ ຈະ​ມີ​ຮູບ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ​ພົມວິຫານ ພ້ອມ​ກັບ​ຄຳ​ກອນ​ເປັນ​ພາສາ​ຫວຽດ ​ແລະ ພາສາ​ລາວ : “ 2 ຊາດລາວ - ຫວຽດ ໄດ້ຝັງ ຄວາມຮັກຢູ່​ໃນ​ໃຈ. ຮົ່ງຮ່າ​ທັງ​ແມ່​ຂອງ​ກໍ​ບໍ່​ເລິກ​ປູນ​ປານ​ໄດ້ ” . ສ່ວນ​ຢູ່​ຮ່າງ​ຄ້ອງ​ບ້າງ​ຈະ​ຄວັດ​ຖະ​ແຫຼ​ງການ​ປະກາດ​ເອກະລາດຂອງ ປະທານ​ໂຮ່ຈິ​ມິນ ພ້ອມ​ກັບ​ລວດລາຍ​ຕ່າງໆ​ຢ່າງ​ລະອຽດ​ອ່ອນ. ທ່ານ Ho Quang Son , ປະທານ ສະມາຄົມມໍລະດົກວັດທະນະທຳ ລາມກິງ ​ໃຫ້​ຮູ້​ວ່າ ທາງ​ສະມາຄົມ​ຈະ​ມົມທົບ​ກັບ​ກົ​ມຮ່ວມ​ມື​ສາກົນ, ສູນວັດທະ ນະທຳ​ຫວຽດ-ລາວ ຈັດ​ຕັ້ງ​ພິທີມອບ​ຮັບ​ຄ້ອງ​ບ້າງ​ເນື່ອງ​ໃນ​ໂອກາດ​ຕັດ​ແຖບ​ຜ້າ​ເປີດ ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ​ທີ່​ແຂວງ​ຄຳ​ມວນ​ ​ແລະ ສະ​ເຫຼີ​ມສະຫຼອງ​ວັນຊາດ​ຂອງ​ລາວ ວັນ​ທີ 2 ທັນວາ .

 

ຂ່າວ/ບົດ​ອື່ນ