ມອບລາງວັນການສື່ມວນຊົນຂຽນກ່ຽວກັບ “ລົມຫາຍໃຈແຫ່ງຊີວິດ”
ພາບປະກອບ
(vovworld) - ພິທີມອບລາງວັນການເສັງສື່ມວນຊົນຂຽນກ່ຽວກັບ “ລົມຫາຍໃຈແຫ່ງຊີວິດ” ໂດຍໂຄງການປ້ອງກັນ, ຕ້ານວັນນະໂລກແຫ່ງຊາດ ແລະ ອົງການອະນາໄມໂລກສົມທົບກັນຈັດຕັ້ງຂຶ້ນໄດ້ດຳເນີນໃນວັນທີ 13/5 ຢູ່ຮ່າໂນ້ຍ. ໂດຍໄດ້ຮັບການປຸກລະດົມແຕ່ວັນທີ 1/12/2011, ດ້ວຍສານທີ່ວ່າ: “ເພື່ອໃຫ້ໂລກປອດວັນນະໂລກ”, ການເສັງຂຽນກ່ຽວກັບ “ລົມຫາຍໃຈແຫ່ງຊີວິດ” ເພື່ອແນໃສ່ສະໜອງຂໍ້ມູນຂ່າວກ່ຽວກັບພະຍາດວັນນະໂລກໃນທົ່ວປະເທດ, ຍົກສູງຄວາມຮູ້ ແລະ ສະຕິກ່ຽວກັບການປ້ອງກັນພະຍາດ ກໍຄືຊ່ວຍເຫຼືອຜູ້ຕິດວັນນະໂລກ. ຄະນະຈັດຕັ້ງໄດ້ມອບ 11 ລາງວັນ, ໃນນັ້ນລາງວັນທີ່ໜຶ່ງສະຫງວນໃຫ້ນັກຂ່າວ Nguyen Phuong Lieu (ໜັງສືພິມ ດົ່ງນາຍ) ດ້ວຍບົດຂຽນ “ບັ້ນຮົບຕ້ານວັນນະໂລກທີ່ຫຍຸ້ງຍາກລຳບາກ”. ກ່ອນໜ້ານັ້ນ, ກໍໃນຕອນເຊົ້າວັນທີ 13/5, ໄດ້ດຳເນີນວັນບຸນໃຫ້ຄຳປຶກສາສຸຂະພາບດ້ວຍການເຄື່ອນໄຫວຕ່າງໆທີ່ມີຄຸນປະໂຫຍດຄື: ໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າ, ແຈກຢາຍປຶ້ມ, ວາລະສານກ່ຽວກັບສຸຂະພາບໂດຍບໍ່ເສຍຄ່າ, ວາງສະແດງຜົນງານຂອງໂຄງການປ້ອງກັນ, ຕ້ານວັນນະໂລກແຫ່ງຊາດ...