ມອບລາງວັນການເສັງຂຽນ“ຄວາມຊົງຈຳກ່ຽວກັບດ້ຽນບຽນ”
ບັນດາຜູ້ໄດ້ຮັບລາງວັນດີເດັ່ນ
(vovworld) – ຕອນເຊົ້າວັນທີ 15/4, ຢູ່ໂຮງລະຄອນຂອງວິທະຍຸກະຈາຍສຽງ ຫວຽດນາມ, ສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ແລະ ກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງການພິທີສະຫລຸບການເສັງຂຽນ “ຄວາມຊົງຈຳກ່ຽວກັບດ້ຽນບຽນ”. ນີ້ແມ່ນການເຄື່ອນໄຫວແທດຈິງມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2014). ພາຍຫຼັງ 1 ປີແຫ່ງການປຸກລະດົມ ແລະ ໂຄສະນາຢ່າງຕັ້ງໜ້າ, ການເສັງໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຈາກບັນດານັກຮົບເກົ່າ, ປະຊາຊົນທຸກຊັ້ນວັນນະ. ກ່ວາ 1.800 ບົດຂຽນທີ່ຝາກມາຈາກທຸກແຖບຖີ່ນຂອງປະເທດຊາດ ແມ່ນ ບັນດາອະນຸສອນ ແລະ ເລື່ອງລາວທີ່ສ້າງຄວາມສະເທືອນໃຈ. ໃຫ້ແກ່ຜູ້ອ່ານບັນດາບົດຂຽນໄດ້ປະກອບສ່ວນປຸກລຸກຄວາມເອກອ້າງທະນົງໃຈຂອງແຕ່ລະຄົນກ່ຽວກັບໄຊຊະນະປະຫວັດສາດ ດ້ຽນບຽນຝູ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເສີມຂະຫຍາຍນ້ຳໃຈ “ຕັດສິນໃຈຕໍ່ສູ້ ຕັດສິນໃຈຍາດເອົາໄຊຊະນະ” ຂອງດ້ຽນບຽນຝູ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.
ຄະນະຈັດຕັ້ງໄດ້ມອບ 51 ລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາຜູ້ທີ່ມີບົດຂຽນດີເດັ່ນ, ໃນນັ້ນມີ 7 ລາງວັນພິເສດ. ທ່ານ ຫງວຽນຈ້ອງເກີ້ນ, ຢູ່ເມືອງ ຮ່ວາງມາຍ, ຮ່າໂນ້ຍ, ຜູ້ໄດ້ຮັບລາງວັນຊົມເຊີຍໃນບົດຂຽນ “ໄລຍະໜຶ່ງຢູ່ດ້ຽນບຽນ” ໃຫ້ຮູ້ວ່າ: ໃນບົດຂຽນ, ທ່ານໄດ້ເລົ່າເລື່ອງ ຊຸມວັນທ່ານພ້ອມກັບເພື່ອນຮ່ວມກົມກອງຕໍ່ສູ້ຢືດຄອງຖານທີ່ໝັ້ນ ຮົ່ງກູ໋ມ ຢ່າງຈິງໃຈ, ມີຊີວິດຊີວາທີ່ສຸດ:
“ຂ້າພະເຈົ້າເຂົ້າຮ່ວມບັ້ນຮົບ ດ້ຽນບຽນ ເມື່ອມີອາຍຸ 18 ປີ. ດັ່ງນັ້ນ, ຂ້າພະເຈົ້າເຂົ້າຮ່ວມການເສັງເພື່ອຂຽນກ່ຽວກັບສະພາບການຕົວຈິງໃນຕະຫຼອດໄລຍະທີ່ຕົນເຂົ້າຮ່ວມບັ້ນຮົບ. ດ້ວຍການເລົ່າເລື່ອງກ່ຽວກັບເວລາຂຸດຂຸມຄອງ, ປິດລ້ອມຖານທີ່ໝັ້ນຂອງສັດຕູ, ຮຳ່ຮຽນວິທີບຸກໂຈມຕີ…”