ມອບລາງວັນໃຫ້ແກ່ບັນດານັກກິລາແລ່ນແລະລານຫວຽດນາມທີ່ຍາດໄດ້ຜົນງານດີເດັ່ນຢູ່ SEA Games 30
(VOVWORLD) -ທີ່ SEA Games 30, ທິມແລ່ນ ແລະ ລານຫວຽດນາມ ຢຶນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້
ນັກກິລາສັງກັດທິມແລ່ນ ແລະ ລານຫວຽດນາມ
(ພາບ: TTXVN)
|
ຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽດນາມ, ໜັງສືພິມ ຕ່ຽນຟອງ ແລະ ສະຫະພັນແລ່ນ ແລະ ລານຫວຽດນາມ ສົມທົບກັນຈັດຕັ້ງພິທີມອບລາງວັນໃຫ້ແກ່ບັນດານັກກິລາສັງກັດທິມແລ່ນ ແລະ ລານຫວຽດນາມ ທີ່ແຂ່ງຂັນຍາດໄດ້ຜົນງານທີ່ດີຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 30 ປີ 2019 (SEA Games 30).
ທີ່ SEA Games 30, ທິມແລ່ນ ແລະ ລານຫວຽດນາມ ຢຶນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍຜົນງານທີ່ຄວ້າໄດ້ຄື: ຫຼຽນຄຳ 16 ຫຼຽນ, ຫຼຽນເງິນ 12 ຫຼຽນ, ຫຼຽນທອງ 10 ຫຼຽນ. ກົມໃຫຍ່ກິລາກາຍຍະກຳ ໄດ້ມອບລາງວັນເປັນເງິນສົດ 10 ລ້ານດົ່ງໃຫ້ແກ່ນັກກິລາຄວ້າໄດ້ຫຼຽນຄຳ, ມອບເງິນ 7 ລ້ານດົ່ງໃຫ້ນັກກິລາຄວ້າໄດ້ຫຼຽນເງິນ ແລະ ມອບເງິນ 5 ລ້ານດົ່ງໃຫ້ແກ່ນັກກິລາຄວ້າໄດ້ຫຼຽນທອງ.