(ພາບປະກອບ)
( vovworld ) – ຕອນເຊົ້າວັນທີ 14/8, ພິທີມອບຫຼຽນໄຊອັນສູງສົ່ງຂອງລັດ ສປປ ລາວ ໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຄະນະສາສະໜາລັດຖະບານຫວຽດນາມ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ທີ່ພິທີ, ທ່ານ ພັນດວງຈິດ ວົງສາ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ອະດີດຫົວໜ້າຄະນະສາສະໜາລັດຖະບານ Nguyen The Doanh ແລະ ຮອງຫົວໜ້າຄະນະສາສະໜາລັດຖະບານ Nguyen Thanh Xuan, ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ໝູ່ຄະນະກົມຮ່ວມມືສາກົນ ແລະ ມອບຫຼຽນໄຊແຮງງານຊັ້ນ 2ໃຫ້ສູນຄົ້ນຄ້ວາບຳລຸງສ້າງວິຊາການວຽກງານສາສະໜາ. ໃນໂອກາດນີ້, ຄະນະກຳມະການສູນກາງແນວລາວສ້າງຊາດກໍ່ມອບຫຼຽນກາທີ່ລະນຶກ 60 ປີແນວລາວສ້າງຊາດໃຫ້ແກ່ພະນັກງານຂອງຄະນະສາສະໜາລັດຖະບານລວມ 20 ທ່ານ.