(vovworld) – ຕອນບ່າຍວັນທີ 15/10, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບຂອງປະທານປະເທດສສ.ຫວຽດນາມ ໃຫ້ທ່ານນາງ Anissa Barak, ອະດີດຫົວໜ້າຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງອົງການສາກົນໃຊ້ພາສາຝລັ່ງ (OIF). ກ່າວຄຳເຫັນທ່ີພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳຝລັ່ງ ຫງວຽນງອກເຊີນ ໄດ້ທົບທວນຄືນການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Anissa Barak ໃນຫຼາຍຂົງເຂດກັບຫວຽດນາມ ແລະ ພາກພື້ນອາຊີ - ປາຊີຟິກ. ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ອີກເທື່ອໜຶ່ງໄດ້ຂອບອົກຂອບໃຈ ແລະ ຮັບຮູ້ຂອງຫວຽດນາມ ຕໍ່ການອຸທິດສ່ວນຂອງທ່ານນາງ Anissa Barak.
“ບັນດາການປະກອບສ່ວນຂອງທ່ານນາງ Anissa Barak ໃນພາລະກິດພາສາຝລັ່ງ ຢູ່ຫວຽດນາມ ແລະ ພາກພື້ນແມ່ນພິເສດ ແລະ ມີປະສິດທິຜົນ. ທ່ານນາງ ໄດ້ປະກອບສ່ວນເຂົ້າໃນການເປີດກວ້າງການມີໜ້າຂອງກຸ່ມໃຊ້ພາສາຝລັ່ງ ພໍສົມຄວນ ແລະ ເພິ່ມທະວີການເຊື່ອມຕໍ່ລະຫວ່າງ OIF ແລະ ພາກພື້ນອາຊີ - ປາຊີຟິກ ໃນການປະຕິບັດນະໂຍບາຍການຕ່າງປະເທດ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ”.
ຫຼຽນໄຊມິດຕະພາບ ແມ່ນຄວາມຮັບຮູ້ຂອງລັດຖະບານຫວຽດນາມ ຕໍ່ບັນດາການອຸທິດສ່ວນຂອງທ່ານນາງ Anissa Barak ໃຫ້ແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ OIF ແລະ ຂະບວນການຮຽນພາສາຝລັ່ງຢູ່ຫວຽດນາມ.