ມອບຮັບໂຄງການໜູນຊ່ວຍການນຳໃຊ້ເຕັກໂນໂລຊີຂໍ້ມູນໃຫ້ລາວ

ມອບຮັບໂຄງການໜູນຊ່ວຍການນຳໃຊ້ເຕັກໂນໂລຊີຂໍ້ມູນໃຫ້ລາວ - ảnh 1

(ພາບ: vietnamplus.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 28/05, ຢູ່​ນະຄອນຫຼວງວຽງ​ຈັນ, ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຫ້ອງວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຈັດ​ພິທີ​ມອບຮັບ “​ໂຄງ​ການ​ໜູນ​ຊ່ວຍ​ບັນດາ​ອົງການ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ​”. ນີ້​ແມ່ນ​ຂອງຂວັນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່ມອບ​ໃຫ້​ພັກ​ປະຊາຊົນ​ປະຕິວັດ​ລາວ.

        “​ໂຄງ​ການ​ໜູນ​ຊ່ວຍ​ບັນດາ​ອົງການ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​” ​ໂດ​ຍກຸ່ມ​ບໍລິສັດ​​ໂທລະ​ຄົມ​ກອງທັບ ວຽກ​ແທວ ປະຕິບັດ, ​​ເມື່ອ​ນ​ຳ​ເຂົ້າ​ໃຊ້​ການ ມັນຈະ​ສ້າງ​ໂຄງ​ລ່າງ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານສົມບູນ​ພໍ​ສົມຄວນ​ໃນ​ບັນດາ​ອົງການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ກຽມພ້ອມ​​ເຊື່ອມ​ຕໍ່​ກັບ​​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານກັບ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

        ຫ້ອງວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຕີ​ລາຄາ​ສູງ​ໂຄງການ​​ແມ່ນ​ມີວິ​ໄສ​ທັດ​ຍຸດ​ທະ​ສາດ​ສຳຄັນ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເປັນ​ເສນາ​ທິການ, ວຽກ​ງານລວບລວມຂອງບັນດາ​ອົງການສູນ​ກາງ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ວາງ​ແຜນ​ນະ​ໂຍບາຍ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ