ມອບ-ຮັບໂຮງຮຽນອະນຸບານບ້ານເຢາະ,ຂອງຂັວນຂອງເອກອັກຄະລັດຖະທູດຫວຽດນາມປະຈຳລາວ,ໃຫ້ແຂວງຜົ່ງສາລີ
ໝີບີງ -  
ພິທີມອບ-ຮັບໂຮງຮຽນອະນຸບານບ້ານເຢາະ
(vovworld)- ວັນທີ 1/11, ຢູ່ແຂວງຜົ່ງສາລີ, ພາກເໜືອລາວ ໄດ້ດຳເນີນພິທີມອບ-ຮັບໂຮງຮຽນອະນຸບານບ້ານເຢາະ, ເຊິ່ງແມ່ນຂອງຂັວນ ຂອງທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ແລະ ບໍລິສັດນ້ຳມັນເຊື້ອໄຟ PV OIL ລາວ, ໃຫ້ອຳນາດການປົກຄອງບ້ານເຢາະ, ເມືອງບຸນເໜືອ, ແຂວງຜົ່ງສາລີ. ໂດຍນອນໃນເນື້ອທີ່ ເກືອບ 400 ຕາແມດ, ໂຮງຮຽນອະນຸບານບ້ານເຢາະ ມີເນື້ອທີ່ກໍ່ສ້າງແມ່ນ 208 ຕາແມດ ປະກອບມີ: ຫ້ອງຮຽນຖາວອນ 3 ຫ້ອງ ສຳລັບ ນັກຮຽນ 80 ຄົນ, ຫ້ອງພັກຂອງຄູ 1 ຫ້ອງ ແລະ ຫ້ອງນ້ຳ 6 ຫ້ອງ. ໂຮງຮຽນກໍ່ໄດ້ປະກອບໂຕະຕັ່ງຄູ ແລະ ນັກຮຽນ 84 ຊຸດ, ພ້ອມບັນດາອຸປະກອນການຮຽນຄົບຊຸດ ໃຫ້ແກ່ຫ້ອງຮຽນ 3 ຫ້ອງ ແລະ ເຄື່ອງຫຼີ້ນຢູ່ກາງແຈ້ງ 6 ຊຸດ. ລວມມູນຄ່າກໍ່ສ້າງ ແລະ ອຸປະກອນແມ່ນ ກວ່າ 800 ລ້ານກີບ (100.000 USD)
ໝີບີງ