ມອບເງິນ 10 ກວ່າຕຶ້ດົ່ງ ໃຫ້ໝູ່ເກາະເຈື່ອງຊາ ເພື່ອກໍ່ສ້າງໂຮງຮຽນ

ມອບເງິນ 10 ກວ່າຕຶ້ດົ່ງ ໃຫ້ໝູ່ເກາະເຈື່ອງຊາ ເພື່ອກໍ່ສ້າງໂຮງຮຽນ - ảnh 1
ໃນໄລຍະຈະມາເຖິງຈະມີໂຮງຮຽນແຫ່ງໜຶ່ງ ຢູ່ເຈື່ອງຊາ

(vovworld) – ຕອນ​ບ່າຍ​ວັນ​ທີ 2/3, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ພິທີ​ສະຫຼຸບ​ລາຍການ ”​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ” ​ໂດຍ​ໜັງສືພິມ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ​ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ​ຈັດ​ຕັ້ງ​ຂຶ້ນ. ພາຍຫຼັງ 6 ​ເດືອນ​ແຫ່ງ​ການ​ລະດົມ, ກອງ​ທຶນ ”​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ” ​ໄດ້ມີ​ຈຳ​ເງິນ​ເງິນ​ເກືອບ 12 ຕື້​ດົ່ງ. ຄະນະ​ຈັດ​ຕັ້ງ​ລາຍການໄດ້​ມອບ​ເງິນ  10 ຕື້​ກວ່າ​ດົງ ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ຢູ່​ເທດສະບານ ​ເຈື່ອງ​ຊາ. ທ່ານ ຟ້າ​ມຟູ໋​ເຕິ​ມ, ບັນນາທິການ​ໃຫຍ່​ໜັງສືພິມ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ, ​ແບ່ງປັນ​ວ່າ:

        ”ການ​ປະກອບ​ເງິນ​ໃນ​ສະພາບ​ປະຈຸ​ບັນ​ແມ່ນ​ເລື່ອງ​ທີ່​ຫຍຸ້ງຍາກ, ​ແຕ່​ເລື່ອງ​ກໍ່ສ້າງ​ໂຮງຮຽນ​ໃຫ້​ລູກ​ຫຼານ​ຂອງ​ຕົນ​ຢູ່​ໃນ​ໝູ່​ເກາະ​ເຈື່ອງ​ຊາ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ຮັກ​ແພງ​ຈາກ​ປະຊາ​ຄົມ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ໄດ້​ຕອບ​ສະໜອງ​ບັ້ນ​ລະດົມ​ຢ່າງ​ວ່ອງ​ໄວ ​ແລະ ດີ​ທີ່​ສຸດ. ນອກຈາກ​ຈຳນວນ​ເງິນ​​ເພື່ອກໍ່ສ້າງ​ໂຮງຮຽນ​ແລ້ວ, ສ່ວນ​ຍັງ​ເຫຼືອ​ແມ່ນ 1 ຕື້ກວ່າດົ່ງ ​ແມ່ນ​ມອບ​ໃຫ້​ກອງ​ທຶນ ວື່​ອາ​ຢີ໋ນ ​ເພື່ອ​ຊື້​ອຸປະກອນ​ການ​ຮຽນ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ແກ່​ພວກ​ນ້ອງ”.

ຂ່າວ/ບົດ​ອື່ນ