(vovworld) - ວັນທີ 28/8, ທີ່ສຳນັກງານປະທານປະເທດ ສປປ ລາວ, ໂດຍຕາງໜ້າໃຫ້ກະຊວງສຶກສາ - ບຳລຸງສ້າງ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຫວຽດນາມ, ທ່ານຮອງສາດສະດາຈານ, ດຣ ຟ້າມແມ້ງຮູ່ງ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ - ບຳລຸງສ້າງ ຫວຽດນາມ, ອະທິການບໍດີມະຫາວິທະຍາໄລເສດຖະກິດແຫ່ງຊາດ ຫວຽດນາມ, ໄດ້ມອບໃບປະກາດສະນິຍະບັດປະລິຍາເອກກິຕິມະສັກ ໃຫ້ແກ່ທ່ານປະທານປະເທດ ສປປ ລາວ ຈູມມາລີ ໄຊຍະສອນ. ທີ່ພິທີ, ທ່ານລັດຖະມົນຕີຊ່ວຍວ່າການ ຟ້າມແມ້ງຮູ່ງ ເນັ້ນໜັກວ່າ: ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ຮັບກຽດທີ່ພັກ, ລັດ ແລະ ກະຊວງສຶກສາ ຫວຽດນາມ ມອບໝາຍໜ້າທີ່ບຳລຸງສ້າງພະນັກງານໃຫ້ແກ່ປະເທດ ລາວ. ໂຮງຮຽນໄດ້ສົມທົບບຳລຸງສ້າງພະນັກງານລາວ ໃນຊັ້ນຮຽນຕ່າງໆຄື: ປະລິຍາຕີ, ປະລິຍາໂທ, ປະລິຍາເອກ ຜ່ານການຮ່ວມມື 2 ຝ່າຍລະຫວ່າງລັດຖະບານ 2 ປະເທດ. ເພື່ອບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫຼວງນັ້ນ, ຮຽກຮ້ອງໃຫ້ມີການສົມທົບລະຫວ່າງ 2 ພັກ, 2 ລັດ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່, ປະເທດປະເທດ ລາວ ຈູມມາລີ ໄຊຍະສອນ, ຜູ້ທີ່ເບິ່ງແຍງດູແລ, ຮັກສາ, ພັດທະນາການພົວພັນແບບພິເສດ ຫວຽດນາມ ລາວ ໃນນັ້ນມີພາລະກິດສຶກສາ, ບຳລຸງສ້າງ ເປັນປະຈຳ.